Homeຂ່າວຕ່າງປະເທດປະທານາທິບໍດີ-ນາຍົກ ສີລັງກາລາອອກຈາກຕຳແໜ່ງ

ປະທານາທິບໍດີ-ນາຍົກ ສີລັງກາລາອອກຈາກຕຳແໜ່ງ

Published on

ປະທານາທິບໍດີ ແລະ ທ່ານນາຍົກລັດຖະມົນຕີ ສີລັງກາ ປະກາດລາອອກຈາກຕຳແໜ່ງໃນວັນທີ 13 ກໍລະກົດນີ້ ເພື່ອຈະເປີດທາງໃຫ້ຈັດຕັ້ງລັດຖະບານແຫ່ງຊາດ ຫຼັງຈາກປະຊາຊົນຫຼາຍພັນຄົນລວມຕົວກັນ ປະທ້ວງຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ເດືອນມີນາຄົມທີ່ຜ່ານມາ.

ໃນວັນທີ 10 ກໍລະກົດ 2022 ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານສະພາຜູ້ແແທນລາຊະດອນສີລັງກາ ເປີດເຜີຍວ່າ, ປະທານາທິບໍດີສີລັງກາຕັດສິນໃຈລາອອກຈາກຕຳແໜ່ງໃນວັນທີ 13 ກໍລະກົດນີ້ ເພື່ອໃຫ້ການປ່ຽນຜ່ານອຳນາດເປັນໄປຢ່າງສັນຕິ. ສ່ວນສຳນັກງານນາຍົກລັດຖະມົນຕີສີລັງກາ ອອກຖະແຫຼງການວ່າ: ທ່ານ ຮານິວ ວິກົມສິງເຫ ນາຍົກລັດຖະມົນຕີພ້ອມລາອອກຈາກຕຳແໜ່ງ ເພື່ອເປີດທາງໃຫ້ຈັດຕັ້ງລັດຖະບານແຫ່ງຊາດຂຶ້ນມາບໍລິຫານປະເທດຕໍ່ໄປ.

ສຳລັບສີລັງກາພະເຊີນວິກິດເສດຖະກິດທີ່ໂຫດຮ້າຍທີ່ສຸດໃນຮອບ 73 ປີ ນັບຕັ້ງແຕ່ໄດ້ຮັບເອກະລາດຈາກອັງກິດ ຈາກປັນຫາເງິນເຟີ້ຂຶ້ນສູງເປັນປະວັດການ ແລະ ທຶນສຳຮອງຕ່າງປະເທດທີ່ມີຢ່າງຈຳກັດ ບໍ່ພຽງພໍຕໍ່ການຊຳລະໜີ້ສິນ ແລະ ຈ່າຍຄ່ານຳເຂົ້ານ້ຳມັນເຊື້ອໄຟ, ອາຫານ ແລະ ຢາ ຈົນສ້າງຄວາມເດືອດຮ້ອນໃຫ້ປະຊາຊົນເປັນວົງກວ້າງ  ແລະ ນຳໄປສູ່ການຕັ້ງຂະບວນປະທ້ວງຂັບໄລ່ຜູ້ນຳປະເທດໃຫ້ລາອອກຈາກຕຳແໜ່ງ.

ທີ່ມາ: BBC

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...