Homeຂ່າວຕ່າງປະເທດກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ອັງກິດ ຄັ້ງທຳອິດ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ອັງກິດ ຄັ້ງທຳອິດ

Published on

ອີງຕາມການລາຍງານຂ່າວຈາກ VOVWORLD, ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ລອນດອນ ໄດ້ຈັດກອງປະຊຸມ ເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ – ອັງກິດ ຄັ້ງທຳອິດ, ນັບຕັ້ງແຕ່ ສອງຝ່າຍສ້າງຕັ້ງການພົວພັນ ຄູ່ຮ່ວມມືເຈລະຈາ ຄົບຖ້ວນໃນເດືອນ ສິງຫາປີກາຍນີ້.

ໃນກອງປະຊຸມຄັ້ງນີ້ ອາຊຽນ ແລະ ອັງກິດ ໄດ້ຍົກໃຫ້ເຫັນ ກົນໄກຮ່ວມມື ໃນຂອບເຂດ ການພົວພັນ ທີ່ຫາກໍ ໄດ້ສ້າງຕັ້ງ ຂຶ້ນໃໝ່ ນຳເຂົ້າ ເຄື່ອນໄຫວ ແບບຍືນຍົງ ແລະ ມີປະສິດທິຜົນ ໂດຍໄວ, ໃນນັ້ນ ມີການສ້າງຮ່າງ ແຜນການ ກະທຳ ໄລຍະ 2022–2027, ປະກອບສ່ວນ ກຳນົດທິດ ແລະ ສ້າງເງື່ອນໄຂ ສະດວກເພື່ອຊຸກຍູ້ ການຮ່ວມມືສອງຝ່າຍ ໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນຫລາຍຂຶ້ນ.

ຄຽງຄູ່ກັນນັ້ນ ຍັງສືບຕໍ່ໃຫ້ບຸລິມະສິດ ແກ່ການຄວບຄຸມໂລກລະບາດໂຄວິດ-19 ແລະ ພ້ອມກັນຊຸກຍູ້ການຟື້ນຟູເພື່ອມຸ່ງໄປເຖິງ ການພັດທະນາແບບຍືນຍົງ; ຟື້ນຟູ-ຍູ້ແຮງການແລກປ່ຽນ ການຄ້າ-ລົງທຶນ, ເພີ່ມທະວີ ການເຊື່ອມຕໍ່ລະບົບສະໜອງ, ພ້ອມທັງ ເຊື່ອມຕໍ່ຄືນ ແລະ ເພີ່ມທະວີລາຍການຮ່ວມມື ທາງດ້ານການສຶກສາ-ກໍ່ສ້າງ, ພັດທະນາແຫລ່ງຊັບພະຍາກອນມະນຸດ, ແລກປ່ຽນ ວັດທະນະທຳ, ສິລະປະ, ກິລາ, ທ່ອງທ່ຽວ, ພົວພັນ ແລກປ່ຽນຊາວໜຸ່ມ, ນັກສຶກສາ ເພື່ອແນໃສ່ຍົກສູງຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ເພີ່ມທະວີ ຄວາມສະໜິດ ຕິດພັນ ລະຫວ່າງ ປະຊາຊົນ ສອງຝ່າຍ.

ນອກນີ້ ທັງສອງຝ່າຍ ກໍພ້ອມກັນ ຖືເປັນສຳຄັນ ການຄ້າ ຫລາຍຝ່າຍ, ເຫັນດີ ສົມທົບກັນ, ຊຸກຍູ້ ການຮ່ວມ ສຳພັນ ເສດຖະກິດ ພາກພື້ນ, ປະກອບ ສ່ວນຍູ້ໄວ ວິວັດການ ຟື້ນຟູ ຮອບດ້ານ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...