Homeຂ່າວຕ່າງປະເທດອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກຍິງ

ອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກຍິງ

Published on

ຂ່າວດ່ວນ, ວິທະຍຸກະຈາຍສຽງ NHK ລາຍງານວ່າ: ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ຖືກນຳສົ່ງໂຮງໝໍໂດຍໄວ ຫຼັງຈາກເກີດເຫດຖືກຍິງ ໃນລະຫວ່າງການກ່າວຄຳປາໄສ ທີ່ເມືອງ ນາຣາ ປະເທດຍີ່ປຸ່ນ, ໂດຍມີລາຍງານວ່າ ໄດ້ຍິນສຽງປືນ ໃນເວລາ 11:30 ຕາມເວລາທ້ອງຖິ່ນ ແລະ ທ່ານໄດ້ຖືກຍິງໃສ່ໜ້າເອິກ.

ເຈົ້າໜ້າ​ທີ່​ຈາກ​ພັກ​ປະຊາທິປະ​ໄຕ​ຂອງ​ທ່ານ​ກ່າວ​ວ່າ ອະດີດ​ນາຍົກລັດຖະມົນຕີ​ໄດ້​ຖືກ​ໂຈມ​ຕີ​ຈາກ​ທາງ​ຫຼັງ, ຫຼັງຈາກຖືກຍິງລາວກໍໄດ້ລົ້ມລົງ ແລະ ມີເລືອດອອກຢູ່ໜ້າເອິກ.

ເບື້ອງຕົ້ນ ຜູ້ຖືກສົງໄສ ໄດ້ຖືກຈັບກຸມແລ້ວ ແຕ່ຍັງບໍ່ທັນມີລາຍລະອຽດເພີ່ມເຕີມ.

ຈັບຜູ້ຖືກສົງໄສເປັນຄົນຍິງ ແມ່ນຜູ້ຊາຍ ຊື່ Tetsuya Yamagami ອາຍຸ 40 ປີ

ແຫຼ່ງຂ່າວຈາກ ເຈແປນທາຍ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...