spot_img
Homeຂ່າວການຢ້ຽມຢາມຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ຣາຊະອານາຈັກ ກໍາປູເຈຍ

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ຣາຊະອານາຈັກ ກໍາປູເຈຍ

Published on

ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14, ທີ່ ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.


ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍໃນລະຫວ່າງວັນທີ 06-08 ກໍລະກົດ 2022. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ມາຍັງ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາທ້ອງຖິ່ນ (ສະພາຕາແສງ) ຊຸດທີ 5, ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2022 ຜ່ານມາ ແລະ ຊົມເຊີຍພັກປະຊາຊົນກໍາປູເຈຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

ໃນໂອກາດດຽວກັນນີ້, ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ກໍສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ (JC) ຄັ້ງທີ 14 ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ທີ່ເປັນມູນເຊື້ອອັນດີງາມທີ່ມີຮ່ວມກັນມາ ແຕ່ດົນນານ ລະຫວ່າງ ຣາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ ໂດຍສະເພາະ ໃນຊຸມທີ່ຜ່ານມາ ການຮ່ວມມືສອງຝ່າຍ ໄດ້ມີການເພີ່ມຂຶ້ນຫຼາຍກວ່າເກົ່າ ແລະ ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງປະເທດ ລາວ ແລະ ກຳປູເຈຍ.

ນອກຈາກນັ້ນ ສົມເດັດ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ຍັງໄດ້ຝາກຄໍາຂອບໃຈ ແລະ ຄໍາຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ນາຍົກລັດຖະມົນຕີ ພົນຄໍາ ວິພາວັນ ແລະ ຍິນດີຕອບຮັບຄໍາເຊື້ອເຊີນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ພະນະທ່ານ ພົນຄໍາ ວິພາວັນ.

ທີ່ມາ: lao national radio

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...