Homeຂ່າວພາຍ​ໃນຮ່ວມກັນຄ້າຢາບ້າ ສານຕັດສິນຈຳຄຸກ 5 ປີ ພ້ອມປັບໄໝ

ຮ່ວມກັນຄ້າຢາບ້າ ສານຕັດສິນຈຳຄຸກ 5 ປີ ພ້ອມປັບໄໝ

Published on

ສານປະຊາຊົນນະຄອນຫຼວງ ຕັດສິນຈຳຄຸກ 2 ຈຳເລີຍ ໃນຖານຄ້າຢາເສບຕິດ ປະເພດ ຢາບ້າ, ເຊິ່ງເຈົ້າໜ້າທີ່ສາມາດຈັບຕົວມາດຳເນີນຄະດີໃນເດືອນ ກັນຍາ 2021.

ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ  ໄດ້ຖະແຫຼງໄຈ້ແຍກການກະທຳຜິດຂອງພວກຈຳເລີຍ ຕໍ່ຄະນະສານອາຍາຂັ້ນຕົ້ນວ່າ: ທ້າວ ຄອນສະຫວັນ ອາຍຸ 43 ປີ ຢູ່ບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເລີ່ມເສບຢາບ້າ ແຕ່ເດືອນພຶດສະພາ 2020 ເປັນຕົ້ນມາ, ມາຮອດ ເດືອນສິງຫາ 2020 ໄດ້ຫັນຈາກຜູ້ເສບມາເປັນຜູ້ຂາຍ ທີ່ນຳມາຂາຍແມ່ນ ນາງ ຈັນນະພາ ອາຍຸ 23 ປີ ຂາຍຈຳນວນ 2 ຄັ້ງ ຄັ້ງລະ 100 ເມັດ ແລະ ໄດ້ແບ່ງຂາຍໃຫ້ໄວໜຸ່ມໃນເຂດບ້ານ.

ນາງ ຈັນນະພາ ສາລະພາບວ່າ: ເລີ່ມເສບຢາແຕປີ 2019, ຮອດເດືອນເມສາ 2020 ຈຶ່ງເຄື່ອນໄຫວຂາຍຢາບ້າ, ຫຼັງຈາກນັ້ນພໍເທົ່າໃດເດືອນກໍຖືກຕຳຫຼວດຈັບພ້ອມຂອງກາງ.

ຜ່ານການຄົ້ນຄວ້າຂໍ້ມູນ ແລະ ເອກະສານຕ່າງໆ ເຫັນວ່າມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢືນຢັນຕໍ່ການກະທຳຂອງຈຳເລີຍ, ຄະນະສານ ໄດ້ຕັດສິນຈຳຄຸກ ທ້າວ ຄອນສະຫວັນ ແລະ ນາງ ຈັນນະພາ ຜູ້ລະ 5 ປີ ພ້ອມທັງປັບໄໝຜູ້ລະ 10.000.000 ກີບ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...