Homeຂ່າວພາຍ​ໃນລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ເດີນທາງໄປຮາໂນຍ

ລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ເດີນທາງໄປຮາໂນຍ

Published on

ໃນວັນທີ 5 ກໍລະກົດ ລັດຖະບານຫວຽດນາມ ໄດ້ເປີດເຜີຍວ່າ: ທ່ານ ເຊີເກ ລາຟລອຟ (Sergei Lavrov) ລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ເດີນທາງໄປຮາໂນຍ ປະເທດຫວຽດນາມໃນວັນອັງຄານ ກ່ອນທີ່ຈະໄປປະຊຸມ G20 ໃນອິນໂດເນເຊຍໃນອາທິດນີ້.

ການຢ້ຽມຢາມໃນຄັ້ງນີ້ເປັນໄປຕາມຄຳເຊີນຂອງ ທ່ານ Bui Thanh Son ລັດຖະມົນຕີກະຊວງການຕ່າງປະເທດຂອງຫວຽດນາມ ແລະ ເກີດຂຶ້ນຂະນະທີ່ທັງ 2 ປະເທດກຳລັງສະເຫຼີມສະຫຼອງຄົບຮອບ 10 ປີ ຂອງການເປັນຫຸ້ນສ່ວນທາງຍຸດທະສາດທີ່ຄວບຄຸມທຸກມິຕິ.

ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ຣັດເຊຍເປັນຜູ້ຈັດຫາອາວຸດລາຍໃຫຍ່ທີ່ສຸດໃຫ້ກັບຫວຽດນາມ ແລະ ບໍລິສັດຂອງຣັດເຊຍກໍມີສ່ວນກ່ຽວຂ້ອງກັບໂຄງການພະລັງງານຫຼາຍໆໂຄງການໃນປະເທດຫວຽດນາມເຊັ່ນກັນ, ນອກນີ້ທັງ 2 ປະເທດນີ້ມີຄວາມສຳພັນກັນມາແຕ່ສະໄໝສະຫະພາບໂຊຫວຽດ.

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...