Homeຂ່າວການຮ່ວມມືສາລະວັນ-ນະຄອນດານັງ ເຊັນບົດບັນທຶກຮ່ວມມືຮອບດ້ານ ໄລຍະ 5 ປີ

ສາລະວັນ-ນະຄອນດານັງ ເຊັນບົດບັນທຶກຮ່ວມມືຮອບດ້ານ ໄລຍະ 5 ປີ

Published on

ໃນວັນທີ 5 ກໍລະກົດ 2022 ນີ້, ແຂວງສາລະວັນ ສປປ ລາວ ກັບ ນະຄອນດານັງ ສສ.ຫວຽດນາມ ຈັດກອງປະຊຸມພົບປະການນໍາຂອງສອງແຂວງ ແລະ ເຊັນບົດບັນທຶກການຮ່ວມມືຮອບດ້ານ ໃນໄລຍະ 5 ປີ ເລີ່ມແຕ່ປີ 2023-2027 ໂດຍການຮ່ວມລົງນາມລະຫວ່າງ ທ່ານ ພູທົງ ຄຳມະນີວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງສາລະວັນ ແລະ ທ່ານ ໂຮ່ ກີ່ ມິງ ຕາງໜ້າຄະນະກຳມະການປະຊາຊົນ ນະຄອນດານັງ ໂດຍມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ປະຈໍາການ, ທ່ານ ຫງວຽນ ວັນ ກວ້າງ ກຳມະການສູນກາງພັກກອມມູນິດຫວຽດນາມ, ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ນະຄອນດານັງ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານ ສະພາບລວມການພັດທະ ນາເສດຖະກິດ-ສັງຄົມ, ທ່າແຮງບົ່ມຊ້ອນຂອງແຂວງ, ນະຄອນ ໃຫ້ກັນຮັບຊາບ ໃນໄລຍະການຄວບຄຸ້ມ, ປ້ອງກັນ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19, ທັງໄດ້ຕີລາຄາການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການຮ່ວມມືວຽກງານຮອບດ້ານໃນໄລຍະຜ່ານມາ, ຜົນການພົບປະແລກປ່ຽນບົດຮຽນ ແລະ ສ້າງເງື່ອນໄຂ, ສ້າງໂອກາດເຂົ້າເຖິງການພັດທະນາຮ່ວມກັນຢ່າງຮອບດ້ານ ໂດຍສະເພາະດ້ານການສຶກສາ, ສາທາ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ.

ສຳລັບ ບົດບັນທຶກໃນຄັ້ງນີ້, ທັງສອງຝ່າຍ ຈະສືບຕໍ່ພົບປະ ແລກປ່ຽນບົດຮຽນຮ່ວມກັນ, ຈະສະໜອງທຶນໃນຂົງເຂດການສຶກສາ ໃຫ້ມີຫລາຍລະດັບ, ສືບຕໍ່ປັບປຸງການຮຽນ-ການສອນຂອງຄູ ແລະ ນັກຮຽນ ຢູ່ສູນພາສາຫວຽດນາມ ທີ່ບ້ານວັດກາງ ເມືອງ ແລະ ແຂວງສາລະວັນ. ນອກນັ້ນ, ນະຄອນດານັງ ເຫັນດີຈະຊ່ວຍພິຈາລະນາຄົ້ນຄວ້າໃນການສະໜອງທຶນ ເພື່ອຊ່ວຍເຫລືອກໍ່ສ້າງຫໍມູນເຊື້ອຫລັງສົງຄາມ ຢູ່ແຂວງສາລະວັນ.

ສ່ວນການຮ່ວມມືດ້ານວຽກງານຂົງເຂດອື່ນໆ ແມ່ນໄດ້ເພີ່ມທະວີແລກປ່ຽນບົດຮຽນ, ການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການເອື້ອອຳນວຍຄວາມສະດວກໃຫ້ແກ່ບັນດານັກທຸລະກິດຂອງນະຄອນດານັງ ມາສຶກສາສຳຫລວດ, ຄວາມອາດສາມາດໃນການມາລົງທຶນ ແລະ ເຄື່ອນໄຫວທຸລະກິດຢູ່ແຂວງສາລະວັນ ໃຫ້ຫລາຍຂຶ້ນ.

ໂອກາດດຽວກັນນີ້, ທ່ານ ຫງວຽນ ວັນ ກວ້າງ ກໍໄດ້ມອບເງິນຈຳນວນ 500 ລ້ານດົງ ຫລື ປະມານເກືອບ 400 ລ້ານກີບ, ໄອແພັດ (Ipad) ຈໍານວນ 30 ເຄື່ອງ ໃຫ້ອົງການປົກຄອງແຂວງສາລະວັນ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານພາຍໃນແຂວງສາລະວັນ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...