spot_img
Homeຂ່າວຢາເສບຕິດຈັບກຸ່ມແກ້ງຂາຍຢາເສບຕິດໃຫ້ໄວລຸ້ນ ເຂດເທດສະບານເມືອງທ່າແຂກ.

ຈັບກຸ່ມແກ້ງຂາຍຢາເສບຕິດໃຫ້ໄວລຸ້ນ ເຂດເທດສະບານເມືອງທ່າແຂກ.

Published on

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ມ້າງລາຍຄະດີມົ້ວສຸມເສບຢາເສບຕິດ ແລະ ຄ້າ-ຂາຍ ຢູ່ເຂດບ້ານໂພນສະອາດ ເມືອງທ່າແຂກ ແຂວງຄຳມ່ວນ, ຈັບກຸ່ມເປົ່າໝາຍ ໄດ້ 5 ຄົນ, ພ້ອມຂອງກາງຢາບ້າ 1.140 ເມັດ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງຮູ້ວ່າຜູ້ຖືກຫາຊື່ ທ້າວ ລຳພອນ ອາຍຸ 37 ປີ, ທ້າວ ສອນໄຊ ອາຍຸ 34 ປີ, ທ້າວ ອ໋ອງ ອາຍຸ 26 ປີ ທັງສາມ ເປັນປະຊາຊົນຢູ່ບ້ານ ໂພນສະອາດ ເມືອງທ່າແຂກ, ທ້າວ ວັງທອງ ອາຍຸ 32 ປີ, ເປັນປະຊາຊົນຢູ່ບ້ານປຸ່ງເໜືອ, ເມືອງຫີນບູນ, ທ້າວຈັນທາ ອາຍຸ 32 ປີ, ເປັນປະຊາຊົນຢູ່ບ້ານວຽງວິໄລ ເມືອງທ່າແຂກ.

ສຳລັບຕົວຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນໄດ້ຊື້ມາຈາກກຸ່ມແກ໋ງຮ່ວມຂະບວນການ ແລ້ວນຳມາຂາຍຕໍ່ໃຫ້ກັບກຸ້ມໄວລຸ້ນທົ່ວໄປໃນເທດສະບານເມືອງທ່າແຂກ. ດັ່ງນັ້ນທາງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງຮີບດວນສືບສວນ-ສອບເພື່ອຕິດຕາມກັກຕົວພວກຮ່ວມຂະບວນການໃນຄັ້ງນີ້ມາດຳເນີນຄະດີຕາມລະບຽບຂອງກົດໝາຍ
ຂໍ້ມູນ: ປກສ ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...