Homeອຸບັດເຫດແລະປາກົດການຫຍໍ້ທໍ້ກັກໄດ້ກວ່າ 30 ຄົນ ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ໄລຍະບຸນທາດຫຼວງ

ກັກໄດ້ກວ່າ 30 ຄົນ ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ໄລຍະບຸນທາດຫຼວງ

Published on

5f734fde9bccb3c9b4fe5fc24a232273

 

ປະກົດການ​ຫຍໍ້ທໍ້​ໃນ​ສັງຄົມ​ ຍັງເປັນ​ບັນຫາ​ຄຸມ​ເຄືອ​ທີ່​ແກ້​ໄຂ​ຫຍຸ້ງຍາກ ເກີດ​ຂຶ້ນ​ໃຫ້​ເຫັນ​ເກືອບ​ທຸກ​ວັນ ສະເພາະ​ໄລຍະ

​ບຸນທາດຫຼວງ​ປີ​ນີ້ ທັງ​ວົງ​ນອກ ແລະ ວົງ​ໃນພຽງ 7 ວັນ​ ມີ​ຄະດີ​ເກີດ​ຂຶ້ນ​ເກືອບ 80 ເລື່ອງ ເຈົ້າ​ໜ້າທີ່​ກັກ​ຜູ້​ກະທຳ​ຜິດ​ໄດ້

30 ກວ່າ​ຄົນ ລວມ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍຮ້ອຍ​ລ້ານ​ກີບ.

 

ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າທີ່ ປກສ ນະຄອນ​ຫຼວງ​ເປີດເຜີຍ​ວ່າ: ໄລຍະ​ບຸນ​ທາດຫຼວງ ນັບ​ແຕ່​ວັນ​ທີ 31 ຕຸລາ-6 ພະຈິກ 2014

ໄດ້​ມີ​ສະພາບ​ການ​ຫຍໍ້ທໍ້​ເກີດ​ຂຶ້ນ ທັງ​ວົງ​ໃນ ແລະ ວົງ​ນອກ​ງານ​ບຸນ​ທັງໝົດ 79 ເລື່ອງ, ແກ້​ໄຂ​ໄດ້ 17 ເລື່ອງ, ກັກ​ຕົວ​ຜູ້​ກະ

ທຳ​ຜິດ​ໄດ້ 34 ຄົນ, ຍິງ 5 ຄົນ ລວມ​ຜົນ​ເສຍ​ຫາຍ​ເກີດ​ຂຶ້ນ​ທັງ​ໝົດ ເປັນ​ເງິນ 84,8 ລ້ານ​ກວ່າ​ກີບ, 1,5 ແສນບາດ (ສະກຸນ

​ເງິນ​ໄທ), 29,2 ພັນກວ່າໂດ​ລາ.

 

ພ້ອມ​ນັ້ນ ​ຍັງ​ມີ​ຄຳ​ຮູບ​ປະພັນ 40 ບາດ ແຫວນ​ເພັດ 1 ວົງ, ລົດຈັກ 18 ຄັນ, ລົດໃຫຍ່ 1 ຄັນ, ຢາ​ບ້າ 196 ເມັດ, ໂນດ​ບຸກ 4

ໜ່ວຍ, ຕູ້​ຈອດ​ໄຟຟ້າ 1 ໜ່ວຍ, ເກີບຜ້າ​ໃບ 105 ແກັດ, ຖັງ​ແກັດ 2 ຖັງ, ໂທລະສັບ​ມື​ຖື 7 ໜ່ວຍ ແລະ ເອກະສານ​ອື່ນໆ​

ອີກ​ຈຳນວນ​ໜຶ່ງ.

 

60319330040a242f29b702a858a7f0a3

 

ໃນ​ນັ້ນ​ ສະເພາະ​ຄະດີ​ຢູ່​ວົງ​ໃນ​ງານບຸນ​ມີ​ເກີດ​ຂຶ້ນ 38 ເລື່ອງ​ແກ້​ໄຂ​ໄດ້ 3 ເລື່ອງ, ກັກ​ຕົວ 3 ຄົນ ຍິງ 1 ຄົນ ແຫກກະ​ເປົ໋າ 12

ເລື່ອງ ຜົນ​ເສຍ​ຫາຍ​ເປັນ​ເງິນ 36 ລ້ານ​ກວ່າ​ກີບ, 1,5 ແສນ​ບາດ, 3,2 ພັນ​ກວ່າ​ໂດ​ລາ, 50 ຢູ​ໂຣ, ແຫວນ​ເພັດ 1 ວົງ, ສາຍ​

ຄໍ​ຄຳ 1 ບາດ 4 ສະຫຼຶງ ແລະ ໂທລະສັບ​ມື​ຖື 3 ໜ່ວຍ ໃນ​ນີ້​ເກີດສະພາບແຫກ​ກະ​ເປົ໋າ 12 ເລື່ອງ, ຊີງ​ຊັບ 4 ເລື່ອງ ແລະ ອີກ

22 ເລື່ອງ​ແມ່ນ​ລ່ວງ​ກະ​ເປົ໋າ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...