Homeຂ່າວຕ່າງປະເທດເກີດເຫດກາດຍິງໃນລັດອິລິນອຍ ປະເທດອາເມຣິກາ

ເກີດເຫດກາດຍິງໃນລັດອິລິນອຍ ປະເທດອາເມຣິກາ

Published on

ເກີດເຫດກາດຍິງອີກຄັ້ງໃນສະຫະລັດອາເມຣິກາ ມີຄົນເສຍຊີວິດ 6 ຄົນ ແລະ ບາດເຈັບຫຼາຍກວ່າ 30 ຄົນ ທີ່ເກີດເຫດແມ່ນຂະນະທີ່ຂະບວນພາເລດວັນຊາດກຳລັງດຳເນີນຢູ່.

ອ້າງອີງຈາກສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ທີ່ເມືອງຊິກາໂກ ລັດອິລິນອຍ ປະເທດອາເມຣິກາ ໃນວັນທີ 5 ກໍລະກົດ ສຳນັກງານຕຳຫຼວດລາຍງານວ່າ ມີການກາດຍິງໃນຕອນສວຍ ຂອງວັນຈັນທີ່ຜ່ານມາຕາມເວລາທ້ອງຖິ່ນ ໃນລະຫວ່າງຂະບວນພາເລດກຳລັງສະເຫຼີມສະຫຼອງວັນຊາດຂອງອາເມຣິກາ ເຊິ່ງກົງກັບວັນທີ 4 ກໍລະກົດ, ເຊິ່ງເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 6 ຄົນ ແລະ ບາດເຈັບຫຼາຍກວ່າ 30 ຄົນ.

ຫຼັງຈາກເກີດເຫດ ຕຳຫຼວດສາມາດຈັບຄົນໄດ້ຊື່ວ່າ ທ້າວ ໂຣເບີດ ອີຄຣິໂມ ອາຍຸ 22 ປີ ເປັນບຸກຄົນທີ່ກ່ຽວຂ້ອງໃນເຫດກາດຍິງ ທີ່ມີອາວຸດປືນຄົບມື.

ໃນຂະນະພຽງ 4 ມື້ຂອງເດືອນກໍລະກົດນີ້ ເກີດເຫດກາດຍິງໃນສະຫະລັດອາເມຣິກາຢ່າງໜ້ອຍ 11 ເທື່ອແລ້ວ ອີງຕາມການລາຍງານຂອງ ອົງກອນອິດສະຫຼະ ທີ່ໄດ້ຮວບຮວມສະຖິຕິກ່ຽວກັບເລື່ອງນີ້.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...