spot_img
Homeຂ່າວພາຍ​ໃນເຊກອງ-ນະຄອນດານັງ ເຊັນບົດບັນທຶກແຜນການຮ່ວມມື 2023-2027

ເຊກອງ-ນະຄອນດານັງ ເຊັນບົດບັນທຶກແຜນການຮ່ວມມື 2023-2027

Published on

ໃນວັນທີ 4 ກໍລະກົດ 2022 ທີ່ຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລະເຊັນບົດບັນທຶກຊ່ວຍຈໍາແຜນການຮ່ວມມືໃນໄລຍະ 2023-2027 ລະຫວ່າງຄະນະຜູ້ແທນຂັ້ນສູງ ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ, ເຊິ່ງຝ່າຍແຂວງເຊກອງ ສປປ ລາວ ລົງນາມໂດຍທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງເຊກອງ ແລະ ຝ່າຍນະຄອນດານັງ ສສ ຫວຽດນາມ ລົງນາມໂດຍທ່ານ ໂຮ່ ກີ໋ ມິ່ງ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດານັງ. ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກປະຊາຊົນ ປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ ແລະ ທ່ານ ຫງວ້ຽນ ວັນ ກວາງ ກໍາມະການສູນກາງພັກກອມມູຍນິດຫວຽດນາມ, ເລຂາພັກນະຄອນດານັງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນດານັງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມການນໍາທັງສອງແຂວງ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບຈຸດພິເສດ, ການນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ພາຍໃນແຂວງຂອງຕົນໃນໄລຍະຜ່ານມາໃຫ້ກັນ ແລະ ກັນໄດ້ຮັບຊາບ ແລະ ພ້ອມກັນສະເໜີແຜນການຮ່ວມມືໃນຕໍ່ໜ້າ ແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ໂດຍສະເພາະແຂວງເຊກອງ ກັບ ນະຄອນດານັງ ໃນໄລຍະປີ 2023-2027 ເຊິ່ງການຮ່ວມມືສອງຝ່າຍເຫັນດີບາງເນື້ອໃນຄື: ເຫັນດີສືບຕໍ່ສ້າງເງື່ອນໄຂໃຫ້ຄະນະຜູ້ແທນແຕ່ລະຂັ້ນ ໄດ້ພົບປະແລກປ່ຽນຄະນະຜູ້ແທນນໍາກັນເປັນປົກກະຕິ ແນໃສ່ເພີ່ມທະວີຄວາມເຂົ້າໃຈ, ພົບປະຖອດຖອນບົດຮຽນໃນຂົງເຂດວຽກງານການພັດທະນາເສດຖະກິດ-ສັງຄົມ, ວຽກງານສຶກສາ, ສາທາລະນະສຸກ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດນະຄອນດານັງ ມາສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການລົງທຶນຢູ່ແຂວງເຊກອງຕາມທ່າແຮງບົ່ມຊ້ອນຕົວຈິງ.

ແຕ່ລະປີນະຄອນດານັງຈະສືບຕໍ່ຊ່ວຍຮັບກໍ່ສ້າງຊັບພະຍາກອນມະນຸດໃຫ້ແຂວງເຊກອງ ໂດຍການໃຫ້ທຶນການສຶກສາຊ່ວຍເຫຼືອ 100% ປະລິນຍາຕີ 10 ທຶນ/ປີ, ປະລິນຍາໂທ 5 ທຶນ/ປີ, ປະລິນຍາເອກ 1 ທຶນ/ປີ; ໃຫ້ທຶນການສຶກສາ ທຶນສົມທົບ 50% ຊັ້ນປະລິນຍາຕີ 6 ທຶນ/ປີ, ປະລິນຍາໂທ 6 ທຶນ/ປີ; ໃຫ້ທຶນການສຶກສາຢູ່ວິທະຍາໄລສ້າງຄູດານັງແກ່ລູກຫຼານສະມາຄົມຊາວຫວຽດນາມຢູ່ແຂວງເຊກອງ (ທຶນຊ່ວຍເຫຼືອ 100%) 2 ທຶນ/ປີ ແລະ ຊ່ວຍເຫຼືອດ້ານອື່ນໆໃນຂົງເຂດການສຶກສາ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...