Homeຂ່າວຕ່າງປະເທດຈີນ-ຮົງກົງຍຶດຫຼັກໝັ້ນ"ປະ​ເທດ​ດຽວ ສອງ​ລະ​ບອບ" ເພື່ອອານາຄົດທີ່ສົດໃສ

ຈີນ-ຮົງກົງຍຶດຫຼັກໝັ້ນ”ປະ​ເທດ​ດຽວ ສອງ​ລະ​ບອບ” ເພື່ອອານາຄົດທີ່ສົດໃສ

Published on

ຂທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ກ່າວວ່າ “ປະ​ເທດ​ດຽວ ສອງ​ລະ​ບອບ”, ຮົງກົງຈະໄດ້​ຮັບ​ປະ​ກັນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ແລະ ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ.

ອ້າງອີງຈາກທາງການປະເທດຈີນ ໄດ້ລາຍງານວ່າ: ໃນວັນ​ພະ​ຫັດ​ວານນ ວັນທີ 30 ມິຖຸນາທີ່ຜ່ານມານີ້ ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ໄປ​ຮອດ​ຮົງ​ກົງ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຄົບ​ຮອບ ແລະ ໄດ້ກ່າວ​ວ່າ ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ “ປະ​ເທດ​ດຽວ ສອງ​ລະ​ບອບ”, ເຊິ່ງ​ໄດ້​ຮັບ​ປະ​ກັນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ແລະ ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ໃນ​ໄລ​ຍະ​ຍາວ​.

ທ່ານໄດ້ກ່າວ​ຄຳ​ເຫັນ​ທີ່​ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ ​ເມືອງ​ກາວ​ລູນ​ ຕາ​ເວັນ​ຕົກ, ທ່ານ ​ສີ​ຈິ້ນ​ຜິງ​ໄດ້​ຮຽກ​ຮ້ອງ​ໃຫ້​ຮົງ​ກົງ​ຍຶດ​ໝັ້ນ “ປະ​ເທດ​ດຽວ ສອງ​ລະ​ບອບ” ຢ່າງ​ບໍ່​ຢຸດ​ຢັ້ງ ແລະ​ ພະ​ຍາ​ຍາມ​ເພື່ອ​ອະ​ນາ​ຄົດ​ທີ່​ສົດ​ໃສ ແລ້ວໄດ້ສະແດງຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຕໍ່​ຮົງ​ກົງ​ຕະຫຼອດ​ມາ ແລະ ຕາບໃດທີ່ຮົງກົງຍຶດໝັ້ນໃນຫຼັກການນີ້, ຮົງກົງມີ​ອະ​ນາ​ຄົດ​ທີ່​ສົດ​ໃສ ​ແລະ ​ມີ​ການ​ປະ​ກອບ​ສ່ວນ​ອັນ​​ຍິ່ງ​ໃຫຍ່​ກວ່າ​ເກົ່າ​​ໃນ​ການ​ຟື້ນ​ຟູ​ປະ​ເທດ​ຊາດ​ຈີນ.

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຄົບ​ຮອບ 25 ປີ​ຂອງ​ຮົງ​ກົງ​ກັບ​ຄືນ​ປະ​ເທດ​ຈີນ​ ແລະ​ ພີທີສາບານຕົວຂຶ້ນຮັບຕຳແໜ່ງຂອງອົງການປົກຄອງເຂດບໍລິຫານພິເສດຮົງກົງຊຸດທີ 6 (HKSAR) ໃນວັນທີ 1 ກໍລະກົດ 2022.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...