spot_img
Homeຂ່າວພາຍ​ໃນຈາກການຊັດທອດ ສືບຕໍ່ຈັບຜູ້ຖືກສົງໄສ ພ້ອມຂອງກາງຢ້າບ້າ 42.000 ເມັດ

ຈາກການຊັດທອດ ສືບຕໍ່ຈັບຜູ້ຖືກສົງໄສ ພ້ອມຂອງກາງຢ້າບ້າ 42.000 ເມັດ

Published on

ຈາກການຂະຫຍາຍຜົນ ແລ້ວຊອກຈັບກຸ່ມແກ້ງຜູ້ຮ່ວມຂະບວນການ ມາຮອດວັນທີ 26 ມິຖຸນາ 2022 ເວລາ 8:25 ໂມງ, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ເຂົ້າແກ້ໄຂຜູ້ມີສ່ວນຮ່ວມຄ້າຂາຍເສບຕິດລາຍໃຫຍ່ມີການພົວພັນກວ້າງຂວາງ ຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ກ່ອນໜ້ານີ້, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍຢາເສບຕິດໄດ້ 3 ກຸ່ມໃຫຍ່. ໃນນັ້ນ, ຜູ້ຖືກຫາໄດ້ໃຫ້ການຊັດຖອດຫາຜູ້ມີສ່ວນພົວພັນເຄືອຂ່າຍ ຊື່ ນາງ ວິໄລພອນ ຫຼື ຈັນ ອາຍຸ 33 ປີ ອາຊີບ ຄ້າຂາຍ ຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ ຈຶ່ງໄດ້ຂະຫຍາຍຜົນ. ມາຮອດວັນທີ 26 ມິຖຸນາ 2022, ກໍສາມາດຈັບ ນາງ ວິໄລພອນ ໄດ້ ພ້ອມເຄື່ອງຂອງກາງ ແລະ ເຄື່ອງຕິດຕົວ ມີຢາບ້າ 7 ແພັກ ເທົ່າກັບ 21 ມັດ ຫຼື 42.000 ເມັດ, ໂທລະສັບມືຖື 1 ໜ່ວຍ, ເງິນ 300.000 ກີບ ແລະ ເງິນ 100 ໂລດາ.

ຜ່ານການສືບສວນ-ສອບສວນ, ນາງ ວິໄລພອນ ຫຼື ຈັນ ໄດ້ໃຫ້ການຮັບສາ ລະພາບວ່າ: ຢາບ້າທີ່ຜູ່ກ່ຽວນຳມາຂາຍໄດ້ຊື້ນຳ ທ້າວ ຈັນລື ອາຍຸ 24 ປີ ຢູ່ບ້ານ ໜອງວຽງຄຳ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ຊື້ຈໍານວນ 07 ແພັກ ຫຼື 21 ມັດ, ມີ 42,000 ເມັດ.

ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງຂະຫຍາຍຜົນສືບຄົ້ນຫາຜູ້ຮ່ວມຂະບວນການ. ມາ ຮອດວັນທີ 28 ມິຖຸນາ, 2022 ເວລາ 18:00 ໂມງ ເຈົ້າໜ້າທີ່ຈຶ່ງສາມາດ ຈັບຕົວ ທ້າວ ຈັນລື ໄດ້ຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 18 ເມັດ, ລົດຈັກເວບ 100 ສີປອນ ເລກທະບຽນ ດຮ 5088 ກຳແພງນະຄອນຈຳນວນ 1 ຄັນ.

ປັດຈູບັນ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາ ເສບຕິດ ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ກຳລັງ ສືບສວນ-ສອບສວນຂະຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຜູ່ຮ່ວມ ຂະບວນການ ເພື່ອນຳຕົວພວກກ່ຽວມາ ດໍາເນີນຄະດີ ຕາມຂັ້ນຕອນ ຂອງກົດໝາຍ.

ແຫຼ່ງຂ່າວຈາກ ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...