Land Rover Defender 130 ກັບການເດີນທາງແບບປະຈົນໄພ

0
780

Land Rover ມຸ່ງເນັ້ນເຖິງວິໄສທັດແບບດັ້ງເດີມສຳລັບລົດໃນຕະກຸນຂອງ Defender ດ້ວຍການເປີດໂຕ Defender 130, ທີ່ເໝາະກັບການເດີນທາງແບບປະຈົນໄພ ເຊິ່ງສາມາດບັນຈຸຜູ້ໂດຍສານໄດ້ຫຼາຍເຖິງ 8 ຄົນ

• ການປະຈົນໄພທີ່ເຫມາະກັບທຸກຄົນ: Defender 130 ລຸ້ນໃໝ່ ໄດ້ຂະຫຍາຍພື້ນທີ່ທາງດ້ານໃນໃຫ້ກວ້າງກວ່າເກົ່າເພື່ອໃຫ້ເໝາະແກ່ການເດີນທາງແບບຄອບຄົວໃນທຸກສະພາບພູມິປະເທດ, ພ້ອມມອບຄວາມສະດວກສະບາຍໃນຂະນະຂັບຂີ່ຢ່າງເຫນືອລະດັບ ແລະ ຮອງຮັບໄດ້ເຖິງ 8 ຄົນ.

• ຄວາມສາມາດຂອງ Defender: ດ້ວຍຂະໜາດຄວາມຍາວຂອງໂຕລົດທີ່ເພີ່ມຂຶ້ນນັ້ນ, ຍັງຄົງບໍ່ສາມາດຢຸດຢັ້ງປະສິດທິພາບໃນການຂັບຂີ່ແບບ off-road ໄດ້, ພ້ອມຂໍ້ຕໍ່ ແລະ ບ່ອນນັ່ງ 3 ແຖວໃນຮູບແບບ 2+3+3.

• ການອອກແບບເຄື່ອງຫມາຍການຄ້າ: ໂຄງຮ່າງຂອງ Defender ແມ່ນມີການຂະຫຍາຍ 340 ມມ ເພື່ອເພີ່ມຄວາມສະຫງ່າງາມ ແລະ ພື້ນທີ່ພາຍໃນໃຫ້ກວ້າງຂຶ້ນ, ສາມາດບັນຈຸໄດ້ສູງສຸດເຖິງ 2,516 ລິດ ແລະ ເບາະນັ່ງແບບເຕັມຂະໜາດ 3 ແຖວ.
• ນັກສໍາຫຼວດທີ່ຊານສະຫຼາດ: ສີ Sedona Red ແບບໃໝ່ສຸດພິເສດ ແລະ ລະບົບຄວບຄຸມອຸນຫະພູມແບບ 4 ໂຊນທີ່ມີສະເພາະໃນ Defender 130, ມາພ້ອມກັບລະບົບກັນສະເທືອນແບບຖົງລົມມາດຕະຖານ ເພື່ອຄວາມສະດວກສະບາຍຍິ່ງຂຶ້ນ.

• Extended Bright Pack (ຊຸດເພີ່ມຄວາມສະຫວ່າງ): ຊຸດຕົວເລືອກພາຍນອກທີ່ໂດດເດັ່ນ, ເຮັດໃຫ້ Defender 130 ລຸ້ນໃຫມ່ມີລັກສະນະທີ່ເປັນເອກະລັກພິເສດ, ດ້ວຍສີ Ceres Silver Satin ທີ່ຫຸ້ມຫໍ່ພາກສ່ວນດ້ານລຸ່ມຂອງໂຕລົດຮອບຄັນ.

• ພາຍໃນອະເນກປະສົງ: ຫ້ອງສໍາລັບຜູ້ໂດຍສານສູງສຸດ 8 ຄົນ ເພື່ອການເດີນທາງທີ່ມີຄວາມສະດວກສະບາຍກັບບ່ອນນັ່ງທີ່ມີ 3 ແຖວ, ລວມທັງມີຄວາມກວ້າງຂວາງ, ຄວາມຍືດຫຍຸ່ນຂອງພື້ນທີ່ເກັບເຄື່ອງ ແລະ ອຸກອນປະເສີມຂອງ Defender ທີ່ມີຄວາມຫຼາກຫຼາຍ.

• ເຕັກໂນໂລຊີຂັ້ນສູງ: Defender 130 ລຸ້ນໃຫມ່, ໄດ້ຕິດຕັ້ງໜ້າຈໍສໍາຜັດ Pivi Pro ຂະໜາດ 11.4 ນີ້ວທີ່ໃຫຍ່ກວ່າເກົ່າເປັນມາດຕະຖານ, ໃນຂະນະທີ່ຜູ້ໂດຍສານສາມາດຮັບອາກາດທີ່ບໍລິສຸດໄດ້ດີຍິ່ງຂຶ້ນດ້ວຍ Cabin Air Purification Plus ຂັ້ນສູງທີ່ເປັນອຸປະກອນມາດຕະຖານ.

• ການນໍາທາງດ້ວຍ what3words: Defender 130 ລຸ້ນໃໝ່, ສາມາດຄົ້ນຫາ ແລະ ນໍາທາງໄປຍັງຂອບເຂດວົງລັດສະຫມີ 3 ແມັດຈາກໜ້າດິນ, ໂດຍບໍ່ຕ້ອງໃຊ້ສັນຍານໂທລະສັບ, ມີການນໍາໃຊ້ລະບົບ Pivi Pro infotainment ທີ່ມີຄວາມກ້າວໜ້າສູງ.

• ບັນຍາກາດທີ່ເປັນເອກະລັກ: ພາຍໃນມີຄວາມຫຼູຫຼາດ້ວຍໜັງ Light Oyster ແລະ ແຜ່ນໄມ້ Natural Light Oak ແບບໃໝ່, ມາພ້ອມກັບ Cross Car Beam ທີ່ເປັນໂລຫະເຄືອບຜົງສີຂາວ ແລະ ການເພີ່ມລາຍລະອຽດຂອງ extended Chrome.

• First Edition: ລຸ້ນທໍາອິດທີ່ໄດ້ຮັບການຄັດສັນມາເປັນຢ່າງດີ ເພື່ອນໍາສະເໜີສິ່ງທີ່ດີທີ່ສຸດຂອງ Defender 130 ລຸ້ນໃໝ່ ແລະ ມີໃຫ້ເລືອກໃຊ້ງານ 3 ແບບທີ່ມີສະເປັກທີ່ສູງ, ໂດຍແຕ່ລະແບບແມ່ນມີການອອກແບບທີ່ມີຈຸດເດັ່ນແຕກຕ່າງກັນ.

• ການສະເຫຼີມສະຫຼອງ Commission: Land Rover ສະເຫຼີມສະຫຼອງປີ Platinum Jubilee ຂອງສົມເດັດພະຣາຊີນີດ້ວຍການມອບ Defender 130 ເປັນຂອງຂວັນໃຫ້ແກ່ຣາຊີນີ, ທີ່ນໍາໃຊ້ໂດຍອົງການກາແດງປະເທດອັງກິດ.

ໃນວັນທີ 31 ພຶດສະພາ 2022, ທີ່ Gaydon, ສະຫະຣາຊະອານະຈັກ – ຄຽງຄູ່ກັນກັບ Defender 90 ແລະ Defender 110 ທີ່ໄດ້ຮັບຄວາມນິຍົມຊົມຊອບ, Defender 130 ໄດ້ເພີ່ມມິຕິໃໝ່ໃຫ້ກັບຕະກຸນລົດທີ່ມີຄວາມສາມາດພິຊິດໄປໃນທຸກພື້ນທີ່, ພ້ອມກັບໂອກາດໃນການປະຈົນໄພສໍາລັບຜູ້ໂດຍສານສູງສຸດເຖິງ 8 ຄົນ ໃນບ່ອນນັ່ງເຕັມຂະໜາດເຊີ່ງມີທັງໝົດ 3 ແຖວ.
ເຊັ່ນດຽວກັນກັບ Defender 90 ແລະ 110 ມາພ້ອມການອອກແບບໂຕຖັງ 130 ແບບໃຫມ່ ໂດຍໄດ້ມີການຢືມຊື່ມາຈາກຕະກຸນ Defender ລຸ້ນດັ້ງເດີມ, ເຊິ່ງໄດ້ຮັບແຮງບັນດານໃຈມາຈາກລຸ້ນທີ່ຍາວທີ່ສຸດໃນກຸ່ມຜະລິດຕະພັນທີ່ຊ່ວຍໃຫ້ລູກຄ້າສາມາດບັນຈຸຜູ້ໂດຍສານໄດ້ເຖິງ 8 ຄົນໄປທົ່ວທຸກທີີ່ ແລະ ຍັງເປັນການສະແດງເຖິງຄວາມສາມາດອັນກວ້າງຂວາງຂອງ Defender ຢ່າງແທ້ຈິງ.

ການປັບປຸງ ແລະ ເຕັກໂນໂລຢີດ້ານການອອກແບບທັງພາຍໃນ ແລະ ພາຍນອກທີ່ຫຼາກຫຼາຍໄດ້ເຮັດໃຫ້ Defender 130 ລຸ້ນໃໝ່ມີຄວາມໂດດເດັ່ນ, ມີຄວາມສະດວກສະບາຍທີ່ສົມດຸນກັບຄວາມທົນທານ ແລະ ຄວາມສາມາດຂອງ Defender.
ເພື່ອເປັນການສະເຫຼີມສະຫຼອງ Platinum Jubilee ຂອງສົມເດັດພະຣາຊີນີ, Land Rover ຈຶ່ງໄດ້ມອບຂອງຂວັນໃຫ້ແກ່ສົມເດັດພະຣາຊີນີ ແລະ ອົງການກາແດງຂອງປະເທດອັງກິດ ກໍຄືລົດ Defender 130 ລຸ້ນໃໝ່ລ່າສຸດ ເພື່ອສະໜັບສະໜູນການດໍາເນີນງານໃນສະຫະຣາຊາອານາຈັກ. ນັກວິສະວະກອນຂອງ Land Rover ຈະເຮັດວຽກຮ່ວມກັບຕົວແທນທີ່ມາຈາກອົງກອນການກຸສົນ ເຊິ່ງສົມເດັດພະຣາຊີນີໄດ້ໃຫ້ການອຸປະຖໍາ, ເພື່ອດັດແປງ Defender 130 ກ່ອນທີ່ຈະໃຫ້ບໍລິການໃນທ້າຍປີນີ້.
Land Rover ໄດ້ສະໜັບສະໜູນອົງການກາແດງ ແລະ ສະພາສ້ຽວວົງເດືອນສາກົນ ຫຼື International Federation of Red Cross and Red Crescent Societies (IFRC) ຕັ້ງແຕ່ປີ 1954 ແລະ ພູມໃຈທີ່ຈະຮັກສາສາຍສໍາພັນກັບອົງການມະນຸດສະທໍາທີ່ໃຫຍ່ທີ່ສຸດຂອງໂລກ. ຜູ້ຊ່ຽວຊານຢູ່ທີ່ຖານກອງທັບເຮືອທົ່ວໂລກຂອງ IFRC ໃນ Dubai ໄດ້ເຂົ້າຮ່ວມໃນໂຄງການທົດລອງລະດັບໂລກຂອງ Defender ກ່ອນການເປີດໂຕຄັ້ງທໍາອິດຂອງໂລກໃນປີ 2019.

ການອອກແບບພາຍນອກຂອງໂຕລົດ Iconic silhouette ຖືວ່າເປັນເອກະລັກສະເພາະຂອງ Defender ທີ່ດ້ານຫຼັງມີການຂະຫຍາຍອອກ 340ມມ, ເພື່ອເພີ່ມພື້ນທີ່ພາຍໃນຫ້ອງໂດຍສານທັງ 3 ແຖວ ໂດຍບໍ່ຈໍາເປັນຕ້ອງຫຼຸດຄວາມສາມາດໃນການເດີນທາງໄປໃນແຕ່ລະພື້ນທີ່. ດ້ວຍຄວາມຄ້າຍຄືກັນຂອງຕະກຸນ Defender 130 ຈຶ່ງມີການຂະຫຍາຍດ້ານຫຼັງອອກໄປ ຊຶ່ງເຮັດໃຫ້ມີພື້ນທີ່ພາຍໃນຫ້ອງໂດຍສານທີ່ກ້ວາງຂວາງຂຶ້ນ ໂດຍສະເພາະແມ່ນຊ່ວງເບາະນັ່ງແຖວທີ 3 ແລະ ພື້ນທີ່ບັນຈຸສຳພາລະ.

ພື້ນທີ່ພາຍໃນທີ່ກວ້າງຂວາງ ສຳລັບ Defender 130, ແລນໂຣເວີໄດ້ນຳສະເໜີຕົວເລືອກສີ ແລະ ວັດສະດຸທີ່ໄດ້ຮັບການປັບປຸງ ເພື່ອໃຫ້ລູກຄ້າໄດ້ສຳຜັດກັບປະສົບການທີ່ພິເສດຍິ່ງຂຶ້ນ ຊຶ່ງມີຄວາມສົມດຸນກັບຄວາມແຂງແກ່ນ, ທົນທານ ແລະ ມີພື້ນທີ່ພາຍໃນກວ້າງກວ່າທີ່ຜ່ານມາ. ນັກວິສະວະກອນຂອງແລນໂຣເວີໄດ້ອອກແບບພື້ນທີ່ພາຍໃນທີ່ໜ້າປະທັບໃຈ ດ້ວຍການຈັດພື້ນທີ່ເກັບເຄື່ອງພາຍໃນຕົວລົດຢ່າງມີປະສິດທິພາບ ເພື່ອເພີ່ມພື້ນທີ່ພາຍໃນໃຫ້ສາມາດໃຊ້ງານໄດ້ສູງສຸດໂດຍບໍ່ຈຳເປັນຕ້ອງນຳໃຊ້ພື້ນທີ່ຂະໜາດໃຫຍ່ໃນທ້ອງຖະໜົນ.

ລະບົບສົ່ງກຳລັງທີ່ມີປະສິດທິພາບ Defender 130 ແມ່ນມີຕົວລືອກທັງແບບທີມີກໍາລັງສູງ ແລະ ທາງເລືອກແບບປະຢັດດ້ວຍການສົ່ງກໍາລັງດ້ວຍໄຟຟ້າເຊັ່ນ: ເຄື່ອງຈັກ P300 ແລະ P400 Ingenium ແອັດຊັງ 6 ສູບ ໄຮບຣິດ ແລະ D250 ແລະ D300 Ingenium ກາຊວນ 6 ສູບ.

ເຕັກໂນໂລຢີ Mild-Hybrid Electric Vehicle – MHEV ທີ່ສະໜັບສະໜູນເຄື່ອງຈັກ Ingenium 6 ສູບຂອງ Land Rover  ໃຫ້ການຕອບສະໜອງທີ່ທັນໃຈ ພ້ອມທັງປະຢັດນ້ຳມັນເພີ່ມຂຶ້ນ. ເຄື່ອງຈັກດັ່ງກ່າວນໍາໃຊ້ເຄື່ອງກໍາເນີດໄຟຟ້າແບບສາຍພານຂະໜາດ 48 V (BiSG) ທີ່ຈະເກັບພະລັງງານທີ່ສູນເສຍໄປເວລາຢຽບເບກ ແລະ ຜ່ອນຄັນເລັ່ງແລ້ວເກັບໄວ້ໃນແບັດເຕີລີ ແລ້ວໃຊ້ງານຕໍ່ໄປໃນການເດີນທາງ, ພ້ອມນັ້ນກໍຍັງຊ່ວຍໃຫ້ລະບົບປິດ-ເປີດເຄື່ອງຈັກມີຄວາມວ່ອງໄວ ແລະ ມີປະສິດທິພາບເພີ່ມຂຶ້ນ.

ຊ່ອງທາງການສັ່ງຈອງ: ທ່ານສາມາດສັ່ງຈອງ Defender 130 ລຸ້ນໃໝ່ ລ່ວງຫນ້າໄດ້ແລ້ວ. ຂໍ້ມູນເພີ່ມເຕີມ: https://www.landroverlaos.com/vehicles-defender. ໂທ: +85620 58888197.
• ການປັບປຸງ Hard Top: ລົດຕະກຸນ Defender Hard Top 90 ແລະ 110 ທີ່ແຂງແກ່ນທີ່ສຸດ, ເສີມຂະຫຍາຍດ້ວຍ X-Dynamic ແລະ X specifications ມີຈໍາໜ່າຍແລ້ວຕອນນີ້