Homeຂ່າວຕ່າງປະເທດຈີນ ເປີດໂຮງໄຟຟ້ານີວເຄຼຍ ຂະໜາດໃຫຍ່ສຸດໃນປະເທດ

ຈີນ ເປີດໂຮງໄຟຟ້ານີວເຄຼຍ ຂະໜາດໃຫຍ່ສຸດໃນປະເທດ

Published on

ອີງຕາມການລາຍງານສຳນັກ​ຂ່າວ​ ຊິນ​ຮວາ​, ບໍລິສັດChina General Nuclear Power Corporation (CGN) ເປີດ​ເຜີຍ​ວ່າ:​ ໂຮງ​ໄຟຟ້າ ນີວເຄຼຍ ຂະໜາດໃຫຍ່​ສຸດ​ຂອງ​ປະ​ເທດ ​ໃນ​ແຂວງ Liaoning ສາມາດຜະລິດ​ໄຟຟ້າ 4,8 ຕື້​ກິ​ໂລ​ວັດ​ໂມງ ຕໍ່​ປີ. ສຳລັບໂຮງໄຟຟ້າ ນີວເຄຼຍ Hongyanhe ເຊິ່ງເປັນໂຮງງານໄຟຟ້າ ນີວເຄຼຍ ແຫ່ງທຳອິດໃນພາກຕາເວັນອອກ ສ່ຽງເໜືອ ຂອງຈີນໄດ້ຖືກ​ເປີດ​​ໃຊ້ງານ​ ​ຢ່າງ​ເຕັມ​ຮູບ​ແບບ ​ເມື່ອ​ບໍ່​ດົນ​ມາ​ນີ້ຫລັງ​ຈາກ​ ເປີດ​ທົດ​ລອງເຄື່ອງ​ຈັກ​ໃຊ້​ງານ​ຄົບ 168 ຊົ່ວ​ໂມງ.

ໂຮງ​ໄຟຟ້າ​ແຫ່ງ​ນີ້ ສາມາດ​ຫລຸດ​ການ​ ໃຊ້​ຖ່ານ​ຫີນ 14,52 ລ້ານ​ໂຕນ ​ເມື່ອ​ທຽບ​ໃສ່​ໂຮງ​​ໄຟຟ້າ​ ຖ່ານ​ຫີນ ​ແລະ ລົດ​ການ​ປ່ອຍ​ອາຍ​ແກັສ ຄາບ​ອນ​ໄດ​ອອກ​ໄຊ 39,93 ລ້ານ​ໂຕນ​ຕໍ່​ປີ ຊຶ່ງ​ທຽບ​ເທົ່າ​ກັບ​ ການ​ປູກ​ຕົ້ນ​ໄມ້ 108.000 ​ເຮັກຕາ.

ສຳລັບໜ່ວຍຜະລິດ​ໄຟຟ້າ ​ທີ່ 6 ​ຂອງ​ໂຮງ​ໄຟຟ້າ​ພ້ອມ​ໃຫ້​ບໍລິການ ​ທາງ​ການ​ຄ້າ​ໂດຍ​ມີ​ກຳລັງ ​ການ​ຜະລິດ ຫລາຍ​ກວ່າ 6,71 ລ້ານ​ກິ​ໂລ​ແມັດ ກາຍ​ເປັນ​ໂຮງ​ໄຟຟ້າ ພະລັງງານ ນີວເຄຼຍ ​ຂະໜາດ​ໃຫຍ່​ສຸດໃນ​ຈີນ.​

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...