spot_img
Homeຂ່າວພາຍ​ໃນກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14

Published on

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 14 ໄດ້ມີຂື້ນ ໃນວັນທີ 28 ມິຖຸນາ 2022 ທີ່ ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ, ແຂວງຈໍາປາສັກ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ວິໄລວົງ ບຸດດາຄໍາ, ເຈົ້າແຂວງຈໍາປາສັກ ແລະ ທ່ານ ພົງຣັດ ພິຣົມຣັດ, ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ, ມີ ທ່ານຮອງເຈົ້າແຂວງຈຳປາສັກ, ທ່ານຮອງຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ, ມີ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຂອງ ສອງຝ່າຍ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຜູ້ແທນສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 13, ໃນລະຫວ່າງວັນທີ 30 ກັນຍາ ຫາ 01 ຕຸລາ 2019 ທີ່ ຈັງຫວັດອຸບົນຣາຊະທານີ ແຫ່ງ ຣາຊະອານາຈັກໄທ, ເຊິ່ງທັງສອງຝ່າຍເຫັນວ່າກົນໄກການຮ່ວມມືດັ່ງກ່າວ ເປັນສັນຍາລັກແຫ່ງການຮ່ວມມືທີ່ໃກ້ຊິດ ລະຫວ່າງ ແຂວງຈໍາປາສັກ ກັບ ຈັງຫວັດອຸບົນຣາຊະທານີ ແລະ ຍັງສະແດງໃຫ້ເຫັນເຖິງການຮ່ວມມືທີ່ ແໜ້ນແຟ້ນ ແລະ ຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ, ລວມທັງການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ລະຫວ່າງສອງທ້ອງຖີ່ນນັບມື້ນັບດີຂຶ້ນ. ແລະ ສອງຝ່າຍ ສະໜັບສະໜູນ ແລະ ປະຕິບັດແຜນງານ ບົນພື້ນຖານ ຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນ ລະຫວ່າງ ສອງປະເທດ ເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຝ່າຍເຮັດໃຫ້ຊາຍແດນ ລະຫວ່າງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃຫ້ມີຄວາມສະຫງົບໝັ້ນຄົງຕະຫຼອດໄປ, ຜູ້ແທນສອງຝ່າຍ ໄດ້ຄົ້ນຄວ້າ ກຳນົດກົນໄກ ແລະຂອບການຮ່ວມມື ເນື້ອໃນຂອງບົດບັນທຶກ ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14 ນີ້ ເພື່ອສືບຕໍ່ ແລະເພີ່ມທະວີການພົວພັນຮ່ວມມື ໃນຫຼາຍດ້ານເຊັ່ນ:

ການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ; ການຮ່ວມມືໃນການຮັກສາເສັ້ນຊາຍແດນ ລາວ-ໄທ; ການຮ່ວມມືໃນການຮັກສາປ້ອງກັນຕະຝັ່ງເຈື່ອນ ແລະ ການແກ້ໄຂບັນຫາຕາມລໍາແມ່ນ້ຳຂອງ; ການອໍານວຍຄວາມສະດວກ ແລະ ຮັກສາຄວາມປອດໄພໃນການເຂົ້າ-ອອກຕາມບໍລິເວນຈຸດຜ່ານແດນ; ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ; ການຮ່ວມມືໃນກໍລະນີບຸກຄົນ ຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ; ການຮ່ວມມືດ້ານການຕໍ່ຕ້ານການຄ້າມະນຸດ; ການຮ່ວມມືໃນການພັດທະນາສີມືແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ; ການຮ່ວມມືທາງດ້ານເສດຖະກິດ; ການຮ່ວມມືໃນການປ້ອງກັນການລັກລອບຊື້-ຂາຍສັດປ່າ ແລະ ເຄື່ອງປ່າຂອງດົງທີ່ຜິດກົດໝາຍ; ການຮ່ວມມືດ້ານສາທາລະນະສຸກ. ແລະ ການຮ່ວມມືດ້ານການສົ່ງເສີມ ແລະ ພັດທະນາ SMEs.

ນອກຈາກນັ້ນ, ຄະນະຜູ້ແທນສອງຝ່າຍ ຍັງໄດ້ສະແດງຄວາມຍິນດີ ຕໍ່ການເດີນທາງຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດທີ່ທັ້ງສອງຝ່າຍເຫັນດີຍົກລະດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ຍິນດີ ຕໍ່ຜົນສໍາເລັດການຈັດກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ໃນລະຫວ່າງວັນທີ 03-04 ພະຈິກ 2021 ທີ່ບາງກອກ, ຣາຊະອານາຈັກໄທ ເຊິ່ງທັງສອງຝ່າຍໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມດັ່ງກ່າວໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນວັດທະນາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສ້າງພື້ນຖານອັນໜັກແໜ້ນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມືໃຫ້ເປັນ “ຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ໃນອະນາຄົດ. ແລະ ຮ່ວມຍິນດີ ຕໍ່ຜົນສໍາເລັດການຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ ຄົບຮອບ 70 ປີ ດ້ວຍຜົນສໍາເລັດຢ່າງຈົບງາມໃນເດືອນທັນວາ 2021 ຜ່ານມາ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...