Homeຂ່າວຕ່າງປະເທດພົບສົບຈຳນວນຫຼາຍໃນທ້າຍລົດບັນທຸກໃນອາເມຣິກາ

ພົບສົບຈຳນວນຫຼາຍໃນທ້າຍລົດບັນທຸກໃນອາເມຣິກາ

Published on

ອ້າງອີງຈາກສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ໃນວັນທີ 27 ມິຖຸນາ ເຈົ້າໜ້າທີ່ລັດເທັກຊັສ ຂອງອາເມຣິກາ ໄດ້ພົບກັບສົບຜູ້ອົບພະຍົບຫຼາຍກວ່າ 46 ສົບ ທີ່ຖືກຖິ້ມໄວ້ໃນຫຼັງລົດບັນທຸກແຄມທາງ ໃນເມືອງຊານອັນໂຕນິໂອ ລັດເທັກຊັສ ອາເມຣິກາ ເຊິ່ງມີຜູ້ລອດຊີວິດ 16 ຄົນ ແລ້ວໄດ້ນຳໂຕສົ່ງໂຮງໝໍແລ້ວ.

ອະທິການບໍດີກົມຕຳຫຼວດຂອງເມືອງໄດ້ກ່າວວ່າ: ລົດພ່ວງຄັນດັ່ງກ່າວໄດ້ຈອດຢູ່ຂ້າງລົດໄຟ ໃນຊ່ວງເວລາປະມານ 18:00 ຕາມເວລາທ້ອງຖິ່ນ, ໄດ້ມີປະຊາຊົນທີ່ເຮັດວຽກຢູ່ແຖວນັ້ນ ໄດ້ຍິນສຽງຄົນຮ້ອງຂໍຄວາມຊ່ວຍເຫຼືອ ແລະ ເຫັນຮ່າງຂອງຜູ້ເສຍຊີວິດຈຳນວນຫຼາຍຢູ່ທ້າຍລົດບັນທຸກ ເນື່ອງຈາກປະຕູໄດ້ແງ້ມໄວ້ຢູ່ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ຮີບມາຊ່ວຍຢ່າງຮີບໄວ.

ເຈົ້າໜ້າທີ່ໜ່ວຍດັບເພີງເປີດເຜີຍວ່າ ສົບຂອງຜູ້ເສຍຊີວິດໄດ້ນອນລຽງທັບຊ້ອນກັນເປັນກອງ ໂດຍມີທັງຜູ້ຊາຍ ແລະ ຜູ້ຍິງ ສ່ວນຫຼາຍເປັນໄວລຸ່ນ, ສ່ວນບັນດາຜູ້ລອດຊີວິດນັ້ນຢູ່ໃນພາວະຂາດນ້ຳຢ່າງໜັກ ແລະ ເມື່ອຍໝົດແຮງ ເນື່ອງຈາກປະເຊີນກັບສະພາບອາກາດທີ່ຮ້ອນຫຼາຍໃນລົດບັນທຸກ ໃນນັ້ນມີເດັກນ້ອຍ 4 ຄົນ.

ສາເຫດຂອງການເສຍຊີວິດນີ້ ຄາດວ່າມາຈາກສະພາບອາກາດທີ່ຮ້ອນຫຼາຍຮອດ 38 ອົງສາ ແລະ ຈຳນວນຄົນທີ່ອັດແໜ້ນກັນໃນຫຼັງລົດນັ້ນ, ແຕ່ເຈົ້າໜ້າທີ່ຍັງຈະມີການຊອກຫາສາເຫດຕໍ່ໄປ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...