Homeຂ່າວຕ່າງປະເທດຣັດເຊຍໃຫ້ຄຳໝັ້ນວ່າຈະສົ່ງລະບົບລູກສອນໄຟໃຫ້ເບລາລຸດຊີ

ຣັດເຊຍໃຫ້ຄຳໝັ້ນວ່າຈະສົ່ງລະບົບລູກສອນໄຟໃຫ້ເບລາລຸດຊີ

Published on

ຜູ້ນຳຣັດເຊຍປະກາດແຜນສົ່ງລະບົບລູກສອນໄຟ ທີ່ມີຄວາມສາມາດໃນການຍິງອາວຸດນິວເຄຣຍ ໃຫ້ແກ່ເບລາລຸດຊີ ແລະ ກຽມຊ່ວຍດັດແປງເຄື່ອງບິນຮົບໃຫ້ອີກດ້ວຍ.

ຈາກການລາຍງານສຳນັກຂ່າວ ບີບີຊີ ລາຍງານວ່າ: ໃນວັນທີ 25 ມິຖຸນາ 2022 ທ່ານ ວະລາດິເມຍ ປູຕິນ  ປະທານາທິບໍດີຣັດເຊຍ ໄດ້ໃຫ້ຄຳໝັ້ນວ່າ ພວກເຂົາຈະຈັດສົ່ງລະບົບລູກສອນໄຟໃກ້ ອິສການເດີ (Iskander)  ເຊິ່ງມີຄວາມສາມາດໃນການຕິດຕັ້ງຫົວຮົບນິວເຄຣຍໄດ້ ໃຫ້ແກ່ປະເທດເບລາລຸດຊີ ພາຍໃນອີກບໍ່ເທົ່າໃດເດືອນທາງໜ້າ.

ທ່ານ ປູຕິນ ໄດ້ອອກມາຖະແຫຼງຂ່າວ ຮ່ວມກັບທ່ານ ອະເລັກຊານເດີ ລູຄາເຊັນໂກ ປະທານາທິບໍດີເບລາລຸດຊີ ທີ່ນະຄອນເຊັນ ປີເຕີເບີກ ໂດຍທ່ານ ປູຕິນ ໄດ້ລະບຸວ່າ “ໄດ້ຕັດສິນໃຈໃນການສົ່ງມອບລະບົບລູກສອນໄຟ ພາຍໃນອີກບໍ່ເທົ່າໃດເດືອນທາງໜ້າ ໃຫ້ແກ່ເບລາລຸດຊີ” ແລະ ໄດ້ກ່າວເພີ່ມອີກວ່າ ຈະຊ່ວຍດັດແປງເຮືອບິນຮົບ ຊູ-25 ຂອງເບລາລຸດຊີ ໃຫ້ທັນສະໄໝ ເພື່ອທີ່ຈະໃຫ້ເຮືອບິນນີ້ຈະໄດ້ສາມາດບັນທຸກອາວຸດນິວເຄຣຍໄດ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...