Homeຂ່າວພາຍ​ໃນລັດຖະບານກວດພົບການລັກລອບນຳເຂົ້ານ້ຳມັນເຊື້ອໄຟ 700 ລ້ານລິດຕໍ່ປີ

ລັດຖະບານກວດພົບການລັກລອບນຳເຂົ້ານ້ຳມັນເຊື້ອໄຟ 700 ລ້ານລິດຕໍ່ປີ

Published on

ການນຳເຂົ້ານ້ຳມັນເຊື້ອໄຟຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງພົບວ່າ ທົ່ວປະເທດລາວໄດ້ມີການນຳເຂົ້າງົບປະມານ 1.200 ລ້ານລິດຕໍ່ປີ, ແຕ່ຜ່ານການກວດສອບຕົວຈິງໂດຍການເກັບກຳຂໍ້ມູນຈາກປະເທດ ທີ່ລາວເຮົາໄດ້ນຳເຂົ້ານ້ຳມັນຈາກ ສສ ຫວຽດນາມ ແລະ ໄທ ຫຼື ຜ່ານປະເທດດັ່ງກ່າວພົບວ່າມີ 1.900 ລ້ານລິດຕໍ່ປີ, ນັ້ນໝາຍຄວາມວ່າ 700 ລ້ານລິດທີ່ເຫຼືອນັ້ນ ສາມາດເວົ້າໄດ້ວ່າແມ່ນການລັກລອບນຳເຂົ້າຍ້ອນວ່າຈຶ່ງຈະບໍ່ໄດ້ເສຍພາສີອາກອນ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ຕື່ມວ່າ: ນ້ຳມັນເຊື້ອໄຟ 700 ລ້ານລິດ ທີ່ບໍ່ມີການລາຍງານຕົວເລກ ໃຫ້ລັດຖະບານຮັບຮູ້ນັ້ນ ກໍໝາຍຄວາມວ່າ ມີເຈົ້າໜ້າທີ່ກ່ຽວຂ້ອງ ຂອງລັດຈຳນວນໜຶ່ງໄດ້ຮ່ວມກັບບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ທີ່ສວຍໂອກາດຫາຜົນປະໂຫຍດໃສ່ຕົວເອງ ບໍ່ໄດ້ຄຳນຶງເຖິງຜົນເສຍຫາຍທີ່ຈະສົ່ງຜົນກະທົບໃຫ້ປະເທດ ແຕ່ສິ່ງທີ່ເກີດຂຶ້ນນັ້ນແມ່ນເກີດຂຶ້ນຈາກການບໍລິຫານຂອງລັດຖະບານທີ່ບໍ່ຮັດກຸມ ແລະ ອ່ອນແອ, ດັ່ງນັ້ນຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ໂດຍສະເພາະບັນດາບໍລິສັດທີ່ລັດຖືຮຸ້ນ 100% ເຊິ່ງຈະບໍ່ມີການປັບປຸງ ແຕ່ຈະເປັນການປະຕິຮູບ.

ແຫຼ່ງຂ່າວຈາກ ວຽງຈັນທາຍ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...