Homeຂ່າວຕ່າງປະເທດອິນເດຍຢຸດສົ່ງອອກເຂົ້າສາລີ

ອິນເດຍຢຸດສົ່ງອອກເຂົ້າສາລີ

Published on

ຈາກການລາຍງານຂອງສຳນັກຂ່າວ ຣອຍເຕີ ໄດ້ລາຍວ່າ: ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ໄດ້ຍົກເລີກແຜນການ “ລ້ຽງໂລກ” ຫຼື “feed the world” ເຊິ່ງອິນເດຍເປັນຜູ້ຜະລິດເຂົ້າສາລີທີ່ໃຫຍ່ເປັນອັນດັບ 2 ຂອງໂລກ.

ໃນເດືອນເມສາ ທ່ານ Modi ໄດ້ກ່າວຕໍ່ປະຊາຊົນວ່າ ຈະສະໜອງໃນຕະຫຼາດເມັດພືດໂລກ ໂດຍການເພີ່ມການສົ່ງອອກເຂົ້າສາລີຂອງປະເທດອອກ, ຫຼັງຈາກທີ່ມີການເກັບກ່ຽວຜົນຜະລິດ 5 ເທື່ອຕິດຕໍ່ກັນ. ຕາມປະເພນີແລ້ວ ອິນເດຍສົ່ງອອກເຂົ້າສາລີພຽງໜ້ອຍດຽວ, ເພື່ອເກັບຮັກສາພືດສ່ວນໃຫຍ່ໄວ້ເພື່ອບໍລິໂພກພາຍໃນປະເທດ.

ວັນ​ທີ 12 ພຶດສະພາ​ນີ້, ກະຊວງ​ການ​ຄ້າ ​ແລະ​ ອຸດສາຫະກຳ​ອິນ​ເດຍກ່າວ​ວ່າ: ​ໄດ້​ກະກຽມ​ສົ່ງ​ຄະນະ​ຜູ້​ແທນ​ໄປ 9 ປະ​ເທດ​ເພື່ອ​ສົ່ງ​ອອກ​ເຂົ້າສາລີ​ໃຫ້​ໄດ້​ເຖິງ 10 ລ້ານ​ໂຕນ​ໃນ​ປີນີ້ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ລະດູ​ການ​ກ່ອນ.

ແຕ່ອິນເດຍໄດ້ປະສົບບັນຫາທຳອິດຄື ຄວາມຮ້ອນທີ່ໄດ້ແຜ່ໄປທົ່ວອິນເດຍ ຈົນໄດ້ຫຼຸດການປູກເຂົ້າສາລີ ເຊິ່ງມັນສົ່ງຜົນກະທົບຕໍ່ຜົນຜະລິດຢ່າງໃຫຍ່ຫຼວງ.

ແລະ ເນື່ອງຈາກວ່າດິນເດຍກໍໄດ້ປະເຊີນກັບອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ຈຶ່ງເຮັດໃຫ້ລັດຖະບານໄດ້ອອກມາປະກາດຢ່າງຮີບດ່ວນວ່າ “ຫ້າມການສົ່ງອອກເຂົ້າສາລີ”.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...