Homeຂ່າວຕ່າງປະເທດປະຊາຊົນ​ໃນ​ເມືອງໄມອາມີ, ອາເມຣິກາ ມອບ​ປືນ​ໃຫ້​ຕຳຫຼວດເພື່ອບໍ​ລິ​ຈາກ​ໃຫ້​ຢູ​ເຄຣນ

ປະຊາຊົນ​ໃນ​ເມືອງໄມອາມີ, ອາເມຣິກາ ມອບ​ປືນ​ໃຫ້​ຕຳຫຼວດເພື່ອບໍ​ລິ​ຈາກ​ໃຫ້​ຢູ​ເຄຣນ

Published on

ໃນວັນເສົາ ທີ 18 ມິຖຸນາທີ່ຜ່ານມານີ້ ປະຊາຊົນຈາກເມືອງໄມອາມີ ຂອງອາເມຣິກາ ໄດ້ພາກັນຕໍ່ແຖວມອບອາວຸດປືນ ທີ່ຫ້ອງວ່າການປົກຄອງເມືອງ ເພື່ອທີ່ຈະບໍລິຈາກໃຫ້ກັບ ຢູເຄຣນ ໂດຍຜ່ານໂຄງການທີ່ເອີ້ນວ່າ “Guns 4 Ukraine” ທີ່​ດຳ​ເນີນ​ການ​ໂດຍ​ສະພາ​ທ້ອງ​ຖິ່ນ.

ສະຫະລັດອາເມຣິກາ ມີຄວາມກັງວົນກ່ຽວກັບການຄວບຄຸມປືນ ເນື່ອງຈາກໃນຫຼາຍອາທິດທີ່ຜ່ານມາ ປະເທດນີ້ມີຂ່າວເລື່ອງການຍິງກັນ ໃນຫຼາຍພື້ນທີ່ , ໃນນັ້ນລວມເຖິງເຫດການກາດຍິງ ທີ່ສັງຫານເດັກນັກຮຽນໄປຫຼາຍເຖິງ 19 ຄົນ ທີ່ໂຮງຮຽນປະຖົມໃນລັດເທັກຊັສ ໃນເດືອນພຶດສະພາທີ່ຜ່ານມາ.

ຍ້ອນແນວນັ້ນທາງລັດຖະບານສະຫະລັດຈຶ່ງໄດ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ດ້ານ​ອາວຸດ​ປືນ ເຊິ່ງເປັນຄັ້ງ​ທໍາ​ອິດ​ທີ່​ອາດ​ຈະ​ເປັນ​ການ​ປະຕິ​ຮູບ​ກົດໝາຍ​ປືນ​ໃນ​ຮອບ​ຫຼາຍ​ສິບ​ປີ, ທັ້ງນີ້ເພື່ອທີ່ຈະຊ່ວຍຫຼຸດຜ່ອນຄວາມຮຸນແຮງທີ່ນຳໃຊ້ປືນພາຍໃນປະເທດໄດ້ ແລະ ຍັງເປັນການຊ່ວຍຢູເຄຣນອີກດ້ວຍ.

ແຫຼ່ງຂ່າວຈາກສຳນັກຂ່າວ ເອບີຊີ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...