Homeຂ່າວພາຍ​ໃນໃນ 6 ເດືອນຕົ້ນປີ ມີຄະດີເກີດຂຶ້ນຢູ່ຕາມເສັ້ນທາງລົດໄຟລາວ-ຈີນ 28 ເລື່ອງ

ໃນ 6 ເດືອນຕົ້ນປີ ມີຄະດີເກີດຂຶ້ນຢູ່ຕາມເສັ້ນທາງລົດໄຟລາວ-ຈີນ 28 ເລື່ອງ

Published on

ໃນເຄິ່ງປີ 2022 ນີ້ ໄລຍະທີ່ຜ່ານມາມີຄະດີເກີດຂຶ້ນຕາມເສັ້ນທາງລົດໄຟ ລາວ-ຈີນ ຊ່ວງນະຄອນຫຼວງວຽງຈັນທັງໝົດ 28 ເລື່ອງ, ສາມາດແກ້ໄຂໄດ້ 12 ເລື່ອງ ກັກຜູ້ຖືກຫາດຳເນີນຄະດີໄດ້ 5 ຄົນ.

ໃນວັນທີ 17 ມິຖຸນາ 2022  ຈາກການລາຍງານຂອງ ປກສ ໄດ້ລາຍງານວ່າ: ພັທ ຈັນທະບູລີ ມະນີວົງ ຮອງຫົວໜ້າຕຳຫຼວດກອງບັນຊາການ ປກສ ນະຄອນຫຼວງ ຂຶ້ນຜ່ານບົດສະຫຼຸບໃນວັນທີ 15 ມິຖຸນາ ນີ້ວ່າ: ໃນ 6 ເດືອນຕົ້ນປີ 2022, ພະແນກຕຳຫຼວດລົດໄຟນະຄອນຫຼວງ ເລີ່ມເປີດບໍລິການນຳໃຊ້ສະຖານີລົດໄຟລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ມີເຫດການເກີດຂຶ້ນ 28 ເລື່ອງ ສາມາດແກ້ໄຂໄດ້ ຈຳນວນ 12 ເລື່ອງ, ກັກຜູ້ຖືກຫາດຳເນີນຄະດີໄດ້ 5 ຄົນ ມອບໃຫ້ກອງບັນຊາການ ປກສ ເມືອງຫາດຊາຍຟອງ ດຳເນີນຄະດີ, ໃນນັ້ນ ຄະດີທີ່ພົ້ນເດັ່ນແມ່ນ ພະແນກຕຳຫຼວດລົດໄຟກວດພົບຄົນໂດຍສານ ພົກພາທາດລະເບີດ (ລູກປືນ AK ຈຳນວນ 155 ລູກ) ເຂົ້າມາໃນສະຖານີ ໂດຍສາມາດຈັບຕົວນຳສົ່ງໃຫ້ດຳເນີນຄະດີຕາມກົດໝາຍ.

ພ້ອມກັນນັ້ນ ຍັງໃຫ້ທິດຊີ້ນຳໃຫ້ປະຊາຊົນມີສ່ວນຮວ່ມເຂົ້າໃນວຽກປ້ອງກັນ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີຫວັງທຳລາຍມ້າງເພ ກໍ່ຄວາມບໍ່ສະຫງົບຢູ່ຕາມສະຖະນີລົດໄຟ ຫຼື ແລວທາງລົດໄຟ.

ພາບປະກອບຈາກປະຊາຊົນ

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...