Homeຂ່າວຕ່າງປະເທດອາຊຽນ-ອິນເດຍ ຮັດແໜ້ນສາຍພົວພັນການຮ່ວມມື

ອາຊຽນ-ອິນເດຍ ຮັດແໜ້ນສາຍພົວພັນການຮ່ວມມື

Published on

ອີງຕາມ​ຂ່າວ​ຈາກ​ ນີວ​ແດນ​ລີ, ສິງກະ​ໂປ ​ແລະ ອິນ​ເດຍ ຮຽກຮ້ອງ​ ໃຫ້​ອາ​ຊຽນ ​ແລະ ອິນ​ເດຍ ​ຮັດ​ແໜ້ນ​ ຄວາມ​ສຳພັນ​ ການ​ຮ່ວມ​ມື ​ໃຫ້​ຫລາຍ​ຂຶ້ນ ທ່າມກາງ ສະຖານະ​ການ ຣັດ​ເຊຍ ​ແລະ ຢູເຄຣນ ຍັງ​ຄັ່ງ​ຮ້ອນ ລວມທັງ ສ.ອາ​ເມ​ລິ​ກາ ​ແລະ ຈີນ ມີ​ການ​ແຂ່ງຂັນ​ ກັນ​ຫລາຍ​ຂຶ້ນຈົນ​ເປັນ​ໄພ​ ຕໍ່​ສັນຕິພາບ ​ແລະ ສະຖຽນລະ​ພາບ ໃນ​ພາກ​ພື້ນ.

ທ່ານ ລັດຖະມົນຕີ​ ຕ່າງປະ​ເທດ ອິນ​ເດຍ ກ່າວ​ໃນ​ກອງ​ປະຊຸມ ​ວາລະ​ພິ​ເສດ ຄົບຮອບ 30​ປີ ຄວາມ​ສຳພັນ ສະມາຄົມ​ປະຊາ​ຊາດ ອາຊີ ຕາ​ເວັນ​ອອກ​ ສ່ຽງ​​ໃຕ້ ຫລື ອາ​ຊຽນ ​ໃນ​ວັນ​ທີ 16 ມິຖຸນາ​ນີ້​ວ່າ: ອາ​ຊຽນ ​ແລະ ອິນ​ເດຍ ພວມ​ຜະ​ເຊີນ​ຜົນ​ກະທົບ​ຈາກ​ສະພາບ​ການຂອງ​ໂລກ ​ເຄັ່ງຮ້ອນຂຶ້ນກ່ຽວ​ກັບຄວາມ​ໝັ້ນຄົງດ້ານ​ອາຫານ ​ແລະ ພະລັງງານ.

ຊຶ່ງ​ອິນ​ເດຍ ສະໜັບ ສະໜູນ ອາ​ຊຽນ ທີ່​ເຂັ້ມ​ແຂງ ​ເປັນ​ໜຶ່ງ​ດຽວ ​ແລະ ຄວາມຈະ​ເລີ​ນ ​ຮຸ່ງ​ເຮືອງ ຢ່າງ​ເຕັມ​ສ່ວນ ​ເພາະ​ອາ​ຊຽນ ​ໄດ້​ຮັບ​ການ ​ຍອມຮັບ ກ່ຽວ​ກັບຄວາມ​ເປັນກາງໃນ​ພາກ​ພື້ນ​ ອິນ​ໂດ-ປາຊີ​ຟິກ ພ້ອມ​ໃຊ້ໂອກາດ​ນີ້ ​ເນັ້ນ​ໃສ່​ເລື່ອງ ​ອາ​ຊຽນ ​ແລະ ອິນ​ເດຍ ຈຳ​ເປັນ​ຕ້ອງ​ເສີມ​ສ້າງ​ ຄວາມ​ເຊື່ອມ​ໂຍງ​ທາງບົກ ​ແລະ​ ທາງທະ​ເລລະຫວ່າງ​ກັນ ​ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...