spot_img
Homeຂ່າວພາຍ​ໃນສອງບໍລິສັດຮ່ວມມືສົ່ງເສີມການທ່ອງທ່ຽວ

ສອງບໍລິສັດຮ່ວມມືສົ່ງເສີມການທ່ອງທ່ຽວ

Published on

ໃນວັນທີ 15 ມິຖູນາ ທີ່ຜ່ານມານີ້,ໄດ້ຈັດ ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງ ລັດວິສາຫະກິດ ການບິນລາວ ແລະ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ໄດ້ຈັດຂຶ້ນ ທີ່ໂຮງແຮມໂປລີ ນະຄອນຫຼວງວຽງຈັນ, ເຊິ່ງມີ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ທຸມ ຄຳພານິດ ປະທານສະພາບໍລິຫານລັດວິສາຫະກິດການບິນລາວ ແລະ ຮ່ວມລົງນາມຄັ້ງນີ້ມີ ທ່ານ ຄໍາຫຼ້າ ພົມມະວັນ ຜູ້ອຳນວຍການລັດວິສາຫະກິດ ການບິນລາວ, ທ່ານນາງ ຫວງຮົ້ວເຫວີນ (Huang Xiuwen) ຮອງປະທານ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ໜູແດງ ຈັນທະຜາສຸກ ຫົວໜ້າພະແນກການຄ້າ ແລະ ການຕະຫຼາດ ລັດວິສາຫະກິດການບິນລາວ ໄດ້ກ່າວວ່າ: ລັດວິສາຫະກິດ ການບິນລາວ ແລະ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ໄດ້ມີການຮ່ວມມືກັນນັບແຕ່ປີ 2020 ເປັນຕົ້ນມາ ເຊິ່ງທາງ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ໄດ້ຊ່ວຍໂຄສະນາສົ່ງເສີມລູກຄ້າ ໃຫ້ນໍາໃຊ້ບໍລິການນໍາການບິນລາວ ໃນເສັ້ນທາງວຽງຈັນ – ຄຸນໝິງ – ວຽງຈັນ, ສະນັ້ນ, ເພື່ອເປັນການສືບຕໍ່ສົ່ງເສີມການຮ່ວມມືລະຫວ່າງສອງບໍລິສັດໃຫ້ຈະເລີນງອກງາມ ພວກເຮົາຈຶ່ງໄດ້ມີການປຶກສາຫາລືເພື່ອຮ່ວມມືສົ່ງເສີມການທ່ອງທ່ຽວ ເປັນຕົ້ນແມ່ນເອົານັກທ່ອງທ່ຽວຈາກປະເທດເກົາຫຼີມາທ່ຽວລາວໃຫ້ຫຼາຍຂຶ້ນ ໂດຍການນຳໃຊ້ບໍລິການຖ້ຽວບິນຂອງການບິນລາວເສັ້ນທາງອິນຊອນ-ວຽງຈັນ-ອິນຊອນ, ສະນັ້ນ, ມື້ນີ້ຈຶ່ງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງລັດວິສາຫະກິດ ການບິນລາວ ແລະ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ເຊິ່ງທຸລະກິດການທ່ອງທ່ຽວເປັນທຸລະກິດທີ່ສ້າງລາຍຮັບເຂົ້າປະເທດເປັນຈໍານວນຫຼວງຫຼາຍໃນໄລຍະຜ່ານມາ, ແຕ່ທຸລະກິດດັ່ງກ່າວກໍໄດ້ຢຸດສະງັກລົງນັບແຕ່ຕົ້ນປີ 2020 ຈົນຮອດປັດຈຸບັນ, ພາຍຫຼັງມາດຕະການຜ່ອນຜັນການເຂົ້າ-ອອກປະເທດຂອງລັດຖະບານລາວ ແຕ່ຕົ້ນເດືອນພຶດສະພາ 2022 ແລະ ການເປີດປະເທດຂອງລັດຖະບານເກົາຫຼີ ໃນຕົ້ນເດືອນມິຖຸນາ 2022 ນີ້ເຫັນວ່າມີຈໍານວນນັກທ່ອງທ່ຽວຈາກປະເທດເກົາຫຼີ ເຂົ້າມາເພີ່ມຂຶ້ນ ແລະ ທາງການບິນລາວກໍໄດ້ເພີ່ມຖ້ຽວບິນເປັນອາທິດລະ 2 ຖ້ຽວຄື: ວັນພຸດ ແລະ ວັນສຸກ ໃນເດືອນມິຖຸນາ ແລະ ໃນເດືອນກໍລະກົດຈະເພີ່ມເປັນ 3 ຖ້ຽວຕໍ່ອາທິດຄື: ວັນຈັນ, ພຸດ, ສຸກ ຄາດວ່າຈະເປີດຖ້ຽວບິນປົກກະຕິນັບແຕ່ເດືອນຕຸລາ 2022 ເປີດມື້ລະຖ້ຽວ ເພື່ອຮອງຮັບນັກທ່ອງທ່ຽວຈາກເກົາຫຼີມາລາວ ໂດຍສະເພາະໃນໂຄງການຮ່ວມມືລະຫວ່າງການບິນລາວ ເເລະ ບໍລິສັດ ລາວທາດຫຼວງລົງທຶນພັດທະນາ ຈຳກັດ ຖ້ຽວບິນວຽງຈັນ-ອິນຊອນ-ວຽງຈັນ ເປັນຖ້ຽວບິນຫຼັກຂອງສາຍການບິນລາວ ໃນເສັ້ນທາງຕ່າງປະເທດຖັດຈາກ ສປ ຈີນ ແລະ ປະເທດໄທ ເຊິ່ງກ່ອນການລະບາດຂອງພະຍາດໂຄວິດ-19 ຖ້ຽວບິນນີ້ໄດ້ເປີດບິນທຸກໆມື້ໃນໄລ​ຍະລະດູໜາວ ແລະ ລະດູຮ້ອນອາທິດລະ 4 ຖ້ຽວ ເຫັນວ່າມີຈຳນວນຜູ້ໂດຍສານຫຼາຍສົມຄວນ, ໃນປີ 2019 ປະຕິບັດຖ້ຽວບິນໄດ້ 304 ຖ້ຽວຂົນສົ່ງໂດຍສານໄດ້ 56.100 ຄົນ.

ນອກຈາກນີ້, ໃນໄລ​ຍະການລະບາດຂອງພະຍາດໂຄວິດ-19 ປີ 2020 ປະຕິບັດຖ້ຽວບິນໄດ້ 74 ຖ້ຽວຂົນສົ່ງໂດຍສານໄດ້ 13.650 ຄົນ ແລະ ໃນປີ 2021 ປະຕິບັດຖ້ຽວບິນໄດ້ 58 ຖ້ຽວ ຂົນສົ່ງໂດຍສານໄດ້ 4.540 ຄົນ ເຫັນວ່າໃນໄລ​ຍະການລະບາດຂອງພະຍາດໂຄວິດ-19 ຖ້ຽວບິນລະຫວ່າງ ສປປ ລາວ ໄປປະເທດເກົາຫຼີ ຍັງປະຕິບັດຖ້ຽວບິນເປັນປົກກະຕິ. ສະນັ້ນ, ຫວັງວ່າການຮ່ວມມືທັງສອງບໍລິສັດພວກເຮົາຈະປະສົບຜົນສຳເລັດ ແລະ ບັນລຸເປົ້າໝາຍທີ່ວາງໄວ້.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...