spot_img
Homeຂ່າວພາຍ​ໃນປະທານປະເທດ ລົງຊຸກຍູ້ພື້ນຖານການປູກຝັງ-ລ້ຽງສັດຢູ່ ແຂວງວຽງຈັນ.

ປະທານປະເທດ ລົງຊຸກຍູ້ພື້ນຖານການປູກຝັງ-ລ້ຽງສັດຢູ່ ແຂວງວຽງຈັນ.

Published on

ດ້ວຍຄວາມເປັນຫ່ວງໃຍຂອງຂັ້ນເທິງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ການສ້າງກຳລັງແຮງໃຫ້ແກ່ເສດຖະກິດແຫ່ງຊາດ, ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້,ສົ່ງເສີມ ແລະ ຊີ້ນໍາອົງການປົກຄອງທ້ອງຖິ່ນ ກໍຄື ຜູ້ປະກອບການ ໃນການຜະລິດ-ທຸລະກິດ ຢູ່ແຂວງວຽງຈັນ ກໍຄືເມືອງທຸລະຄົມ ແລະ ເມືອງວັງວຽງ ໂດຍການຕ້ອນຮັບຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີເຈົ້າເມືອງ ແລະ ພະແນກການກ່ຽວຂ້ອງຂອງແຂວງ ໃຫ້ການຕ້ອນຮັບ.

ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຢ້ຽມຢາມ ຟາມງົວຊີ້ນ ແລະ ປູກຜັກອິນຊີແບບໄຮໂດຣໂປນິກ ນ້ຳເພັດຈະ ເລີນຊັບ ຂອງ ທ່ານ ໂຕ່ຊີ້ງ ແສງພະຈັນ ຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ຟາມດັ່ງກ່າວສ້າງຕັ້ງຂຶ້ນໃນປີ 2019, ມີເນື້ອທີ່ 12 ເຮັກຕາ, ເຊິ່ງເປົ້າໝາຍຂອງບໍລິສັດ ນໍ້າເພັດ ຈະເລີນຊັບ ແມ່ນນຳເຂົ້າພັນງົວຊີ້ນສາຍເລືອດ 100% ເພື່ອນຳມາຂະຫຍາຍພັນ, ທອມງົວ ເພື່ອໃຫ້ໄດ້ຊີ້ນງົວຄຸນນະພາບສູງ, ຜະລິດ ແລະ ຈຳໜ່າຍນ້ຳເຊື້ອງົວຊີ້ນພັນດີ; ປັບປຸງພັດທະນາແນວພັນງົວຕານປ່ຽວ1, ພັນງົວທີ່ນຳເຂົ້າມາມີສາຍພັນບຣາມັນ, ແອງກັສ ແລະ ຊາໂຣແລ ສາຍເລືອດ 100%, ພາຍໃນຟາມຈະນໍາໃຊ້ເຕັກໂນໂລຊີ ເພື່ອສ້າງຟາມ ຕາມມາດຖານຂອງອາຊຽນ; ຂະຫຍາຍພັນສັດ ດ້ວຍວິທີການປະສົມພັນທຽມ ແລະ ຝາກໂຕອ່ອນ; ຈັດການຟາມຕາມຫລັກວິຊາການລ້ຽງສັດທີ່ເໝາະສົມ; ປະຕິບັດມາດຕະການດ້ານນິຕິກຳ ແລະ ວິຊາການຢ່າງເຄັ່ງຄັດ.

ຈາກນັ້ນ, ກໍໄປຢ້ຽມຢາມຄອບຄົວຕົວແບບປູກໝາກແຕງເມລອນ ຢູ່ບ້ານໄຮຢ່ອນ ເມືອງທຸລະຄົມ ເຊິ່ງເປັນຄອບຄົວຂອງ ທ້າວ ວິໄລພອນ ຫຼືທ້າວ ຕົ້ນກ້າ ອິນທະວົົງ ໄດ້ເລີ່ມທົດລອງປູກມາແຕ່ຕົ້ນປີ 2018 ດ້ວຍທຶນຕົວເອງໃຊ້ເງິນ 2 ລ້ານກີບ ແລະ ທົດລອງປູກແບບໃຊ້ໄມ້ໄຜ່ເປັນໂຄງປູກ ແລະ ທ້າຍປີ 2018 ໄດ້ຂາຍໝາກແຕງ 700 ກິໂລ ເມື່ອເຫັນວ່າມີຜົນຕອບຮັບທີ່ດີ, ປີ 2019-2020 ທາງຄອບຄົວຈຶ່ງຕັດສິນໃຈປຸກໂຮງເຮືອນ 8 ຫລັງ ແລະ ປີ 2021 ໄດ້ຂະຫຍາຍໂຮງເຮືອນ ອອກເປັນ 15 ຫລັງ ສະເລ່ຍຫລັງໜຶ່ງມີມູນຄ່າປະມານ 35 ລ້ານກີບ. ສ່ວນການຂາຍຜົນຜະລິດສະເລ່ຍ ເດືອນລະ 2.000 ກິໂລກຣາມ, ຂາຍສົ່ງກິໂລລະ 20.000 ກີບ. ປັດຈຸບັນມີ ປະຊາຊົນພາຍໃນເມືອງຈໍານວນໜຶ່ງ ມາຖອດຖອນບົດຮຽນໃນການປູກໝາກແຕງເມລອນ.
ພາຍຫລັງສຳເລັດການເຄື່ອນໄຫວຢ້ຽມຢາມ ເມືອງທຸລະຄົມແລ້ວ, ທ່ານປະທານປະເທດ, ພ້ອມຄະນະ ກໍໄດ້ເດີນທາງໄປຢ້ຽມຢາມ ພູເພັດຟາມ ລ້ຽງງົວ, ແບ້ນົມ ແລະ ມ້າ ຢູ່ບ້ານວັງໝ້ຽງ ເມືອງວັງວຽງ, ຢ້ຽມຢາມສາງພັກສິນຄ້າ ແລະ ສະຖານີບໍລິການຂົນສົ່ງສິນຄ້າ ທາງລົດໄຟລາວ-ຈີນ ແລະ ສະຖານທີ່ທ່ອງທ່ຽວ ຕາມເສັ້ນທາງວົງແຫວນ ເມືອງວັງວຽງ ຕື່ມອີກ.

ໃນໂອກາດຢ້ຽມຢາມ, ພື້ນຖານການຜະລິດ ຂອງຜູ້ປະກອບການ ແລະ ປະຊາຊົນ ຈໍານວນໜຶ່ງ ຢູ່ 2 ເມືອງ ດັ່ງກ່າວນີ້, ທ່ານປະທານປະເທດ ໄດ້ເນັ້ນໜັກໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ເພື່ອຕອບສະໜອງການຊົມໃຊ້ ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະແມ່ນດ້ານສະບຽງອາຫານ ກໍຄື ການຮັບໃຊ້ການທ່ອງທ່ຽວ ໃນເງື່ອນໄຂເປີດປະເທດ ປະກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງແຂວງວຽງຈັນ ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ທີ່ມີທ່າແຮງຂອງແຂວງ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສ້າງເງື່ອນໄຂ, ອຳນວຍຄວາມສະດວກ ໃນການຜະລິດ-ທຸລະກິດ, ການສະໜອງເຕັກນິກ, ທຶນຮອນ ແລະ ຕະຫລາດ ທີ່ໝັ້ນຄົງ ເພື່ອຍົກລະດັບລາຍໄດ້ ແລະ ຄຸນນະພາບຊີວິດ ຂອງປະຊາຊົນຊາວແຂວງວຽງຈັນໃຫ້ສູງຂຶ້ນ; ຕ້ອງເອົາໃຈໃສ່ໃຫ້ຜູ້ປະກອບການ ແລະ ປະຊາຊົນ ຮ່ວມສໍາພັນກັນເປັນຕ່ອງໂສ້ ໃນຂະບວນການຜະລິດ-ທຸລະກິດ ຂອງແຂວງວຽງຈັນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຂຶ້ນໄປເລື້ອຍໆ.
ຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...