Homeຂ່າວຕ່າງປະເທດດ່ວນ! Shopeeປະກາດປົດະນັກງານອອກ 50%

ດ່ວນ! Shopeeປະກາດປົດະນັກງານອອກ 50%

Published on

Shopee ປະກາດປົດພະງານ ທີມ ShopeeFood ແລະ ShopeePay ຫຼາຍເຖິງ 50%.

ໃນວັນທີ 14 ມິຖຸນາ, Dealstreetasia ໄດ້ລາຍງານວ່າ: Shopee ບໍລິສັດອີຄອມເມີສ ລາຍໃຫຍ່ຂອງອາຊີ ປະກາດປົດພະນັກງານ ໃນກຸ່ມອາຊີຕາເວັນອອກສຽງໃຕ້ ທັ້ງໃນປະເທດໄທ ແລະ ຫວຽດນາມ ກ່ອນໜ້ານີ້ໃນເດືອນມີນາ 2022 Shopee ປະກາດປິດກິດຈະການ ໃນອິນເດຍ ແລະ ຢຸດຈ້າງພະນັກງານຫຼາຍກວ່າ 300 ຄົນ.

ໃນການປົດພະນັກງານໃນເທື່ອນີ້ ມີຜົນກະທົບຕໍ່ພະນັກງານຂອງ ShopeePay ແລະ ShopeeFood ຫຼາຍກວ່າເຄິ່ງ ໂດຍສົ່ງອີເມລ໌ແຈ້ງໃຫ້ຮູ້ ແລະ ມີຜົນທັນທີໃນວັນພຸດ ທີ 15 ມິຖຸນາ 2022 ນີ້, ລາຍງານຍັງລະບຸວ່າ ການຕັດສິນໃຈປົດພະນັກງານຈຳນວນຫຼາຍ ໃນອາຊີຕາເວັນອອກສຽງໃຕ້ ຈະຖືກປະກາດພາຍໃນການປະຊຸມ Town Hall.

Shopee ນັ້ນຍັງຄົງຂາດທຶນ ແຕ່ສົ່ງສັນຍານຂາຂຶ້ນໂດຍ Sea Limited ບໍລິສັດແມ່ Shopee ລາຍງານຜົນປະຈຳໄຕມາດທີ່ 1 ປີ 2022, ທຸລະກິດອີຄອມເມີຊ Shopee ມີລາຍໄດ້ເພີ່ມຂຶ້ນ 64.4% ເປັນ 1,499.6 ລ້ານໂດລາ ມູນຄ່າການລົງທຶນສຸດທິ (GMV) 39 % ເປັນ 17.4 ພັນລ້ານໂດລາ ຈໍານວນຄຳສັ່ງຊື້ເພີ່ມເປັນ 1.9 ພັນລ້ານອໍເດີ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...