Homeຂ່າວພາຍ​ໃນ6 ເດືອນຕົ້ນປີ ລັດຖະບານ ສຸມໃສ່ແກ້ໄຂ ບັນຫາເສດຖະກິດ ສຳເລັດຫຼາຍດ້ານ

6 ເດືອນຕົ້ນປີ ລັດຖະບານ ສຸມໃສ່ແກ້ໄຂ ບັນຫາເສດຖະກິດ ສຳເລັດຫຼາຍດ້ານ

Published on

ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນຢ່າງເປັນການໃນວັນທີ 13 ມິຖຸນາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງສປປ ລາວ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດໃນ 6 ເດືອນຕົ້ນປີ 2022 ໂດຍຍົກໃຫ້ເຫັນຜົນງານ ແລະ ສິ່ງທ້າທາຍຕ່າງໆໃນການບໍລິຫານປະເທດ.

ອັນພົ້ນເດັ່ນແມ່ນໄດ້ເອົາໃຈໃສ່ຊຸກຍູ້ບັນດາຫົວໜ່ວຍການຜະລິດກະສິກໍາ, ອຸດສາຫະກໍາ ແລະ ການບໍລິການ ທີ່ເປັນທ່າແຮງໃຫ້ສາມາດຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ໃຫ້ຢູ່ໃນລະດັບ 4,3%, ໄດ້ຫັນການເກັບລາຍຮັບເປັນທັນສະໄໝ ໂດຍສຸມໃສ່ສ້າງຖານອາກອນມູນຄ່າເພີ່ມໄດ້ 6.436 ຫົວໜ່ວຍ ໃນຈໍານວນທັງໝົດ 14.657 ຫົວໜ່ວຍ, ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ 20.773 ຄັນ(ລົດໃຫຍ່ 11.016 ຄັນ ແລະລົດ ຈັກ 9.757 ຄັນ) ສາມາດເກັບລາຍຮັບໄດ້ 314 ຕື້ກີບ ແລະ ຈະສືບຕໍ່ແກ້ໄຂຕື່ມ 9.698 ຄັນ (ລົດໃຫຍ່ 1.229 ຄົນ ແລະ ລົດຈັກ 8.469 ຄັນ). ນອກນັ້ນ, ຍັງໄດ້ປະຕິຮູບໂຄງການຂຸດຄົ້ນແຮ່ທາດໄລຍະທົດລອງ ເພື່ອສ້າງຖານລາຍຮັບງົບປະມານແລະໄລຍະ 6 ເດືອນຕົ້ນປີ ເຊິ່ງສາມາດເກັບລາຍຮັບບັນລຸໄດ້ 10.663 ຕື້ກີບປະມານ 33,6% ຂອງແຜນການປີ ແລະ ເພີ່ມຂຶ້ນ 23,7% ເທົ່າກັບ 2.037 ຕື້ກີບ ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ.

ນອກນີ້, ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ລັດວ່າດ້ວຍລົດຂອງລັດຢ່າງເປັນເຈົ້າການ, ພ້ອມທັງສາມາດປະຕິບັດລາຍຈ່າຍງົບປະມານໄປຕາມແຜນການ ແລະ ຮັບປະກັນເບີກຈ່າຍໄດ້ຕາມປົກກະຕິ ເປັນຕົ້ນ: ເງິນເດືອນ, ເງິນນະໂຍບາຍ, ການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ. ມາຮອດປັດຈຸບັນລາຍຈ່າຍງົບປະມານໃນໄລຍະ 6 ເດືອນຕົ້ນປີສາມາດບັນລຸໄດ້ປະມານ 27,24% ຂອງແຜນປີ. ລັດຖະບານໄດ້ສືບຕໍ່ປະຕິບັດຍຸດທະສາດການປະ ຕິຮູບລັດວິສາຫະກິດ ໂດຍສຸມໃສ່ປະຕິຮູບວິສາຫະກິດຈໍານວນໜຶ່ງ ໂດຍສະເພາະຂະແໜງທະນາຄານ ແລະ ໄປສະນີ ຫັນໄປສູ່ຮູບແບບການຮ່ວມມທຶນລະຫວ່າງລັດ ແລະ ເອກະຊົນ ເພື່ອໃຫ້ມີປະສິດທິຜົນໃນການບໍລິຫານ ແລະ ປັບໂຄງສ້າງໜີ້ສິນຂອງລັດວິສາຫະກິດຢູ່ໃນຂະແໜງພະລັງງານ, ຂົນສົ່ງ. ປັບປຸງກົນໄກອໍານວຍຄວາມສະດວກ ແລະ ສົ່ງເສີມການລົງທຶນ ຕາມນະໂຍບາຍ ແລະ ຄໍາສັ່ງຂອງລັດຖະບານ ເປັນຕົ້ນ ການຄົ້ນຄວ້າປັບປຸງບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການລົງທຶນທີ່ບໍ່ສອດຄ່ອງ, ຊຸກຍູ້ບັນດາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ນອນໃນແຜນການ ເຊັ່ນ: ການກໍ່ສ້າງທາງດ່ວນໄລຍະ 2, ທ່າເຮືອວຸ້ງອ່າງ, ທາງດ່ວນວຽງຈັນ-ປາກເຊ, ວຽງຈັນ-ຊໍາເໜືອ, ໂຄງການຕົວເມືອງທັນສະໄໝ ແລະ ອື່ນໆ. ສາມາດມ້າງຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ທັງໝົດ 3.848 ເລື່ອງ, ຈັບຜູ້ຖືກຫາໄດ້ 5.393 ຄົນ, ຢຶດຢາເສບຕິດປະເພດຢາບ້າໄດ້ 17.261 ກິໂລ ແລະ ສານເຄມີປະສົມຢາເສບຕິດປະເພດອື່ນໆໄດ້ຈໍານວນຫລາຍ. ລັດຖະບານ ມີຄາມພະຍາຍາມແກ້ໄຂບັນຫາແຮງງານ ທີ່ໄດ້ຮັບຜົນກະ ທົບຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງນັບແຕ່ເດືອນມີນາ 2020 ເປັນຕົ້ນມາ ມີຜູ້ອອກແຮງງານພາຍໃນໄດ້ຮັບຜົນກະທົບທັງໝົດ 74.104 ເທື່ອຄົນ, ຍິງ 49.717 ເທື່ອຄົນ ໃນຈໍານວນ 1.141 ບໍລິສັດ ແລະ ໄດ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານທັງໝົດ 67 ຕື້ກວ່າກີບ, ສະເພາະໃນ 6 ເດືອນຕົ້ນປີ 2022 ມີຜູ້ໄດ້ຮັບນະໂຍບາຍອຸດໜູນວ່າງງານຈໍານວນ 18.965 ເທື່ອຄົນ (ຍິງ13.665 ເທື່ອຄົນ) ລວມເປັນເງິນ 21 ຕື້ກວ່າກີບ.

ທ່ານ ນາຍົກລັດຖະມົນຕີ ກ່າວວ່າ: ເຖິງວ່າລັດຖະບານ ໄດ້ສຸມໃສ່ບັນດາວຽກງານຈຸດສຸມທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ 2 ວາລະແຫ່ງຊາດ ໄດ້ຮັບໝາກຜົນພົ້ນເດັ່ນດັ່ງ ກ່າວກໍຕາມ, ແຕ່ການປະຕິບັດວຽກງານຕົວຈິງ ຍັງປະເຊີນກັບສິ່ງທ້າທາຍ ເປັນຕົ້ນ: ການປະຕິບັດວຽກງານທີ່ລັດຖະບານໄດ້ຕົກລົງແລ້ວ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງຊັກຊ້າ, ບໍ່ເດັດຂາດ ແລະ ເຂັ້ມງວດ, ສະພາບເງິນເຟີ້ມີບາດກ້າວກະໂດດ, ລາຄາສີນຄ້າ ແລະ ສະບຽງອາຫານເພີ່ມຂຶ້ນ ໄດ້ສົ່ງຜົນກະທົບແຮງຕໍ່ສະພາບເສດຖະກິດຂອງປະເທດ ແລະ ການດໍາລົງຊີວິດຂອງປະຊາຊົນເປັນວົງກວ້າງ ແລະ ບັນຫາຫຍຸ້ງຍາກທ້າທາຍອື່ນໆ.

ທ່ານນາຍົກລັດຖະມົນຕີ ຊີ້ໃຫ້ເຫັນນຕື່ມວ່າ: ສິ່ງທ້າທາຍຫຍຸ້ງຍາກຕ່າງໆທີ່ພວກເຮົາພວມຜະເຊີນນີ້ ສາເຫດນອກຕົວ ແມ່ນເກີດຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການປັ່ນປ່ວນຂອງເສດຖະກິດໂລກ. ສໍາລັບປະເທດເຮົາ ເປັນປະເທດທີ່ກໍາລັງສູ້ຊົນ ເພື່ອຫລຸດພົ້ນອອກຈາກສະພາບດ້ວຍພັດທະນາ, ເສດຖະກິດມະຫາພາກບອບບາງຢູ່ແລ້ວນັ້ນ ຍິ່ງເປັນການຊໍ້າເຕີມໃຫ້ໜັກໜ່ວງຕື່ມອີກ ແລະ ຕົກຢູ່ໃນສະພາບປະຄັບປະຄອງບໍ່ໃຫ້ຕົກເຂົ້າສູ່ວິກິດ. ສ່ວນສາເຫດໃນຕົວ ແມ່ນປັດໄຈພາຍໃນຂອງພວກເຮົາ ເຊິ່ງກໍເຄີຍເວົ້າກັນມາຫລາຍແລ້ວ ເປັນຕົ້ນແມ່ນ ຄວາມຮັບຜິດຊອບບໍ່ສູງ, ຄວາມເສຍສະຫລະເພື່ອສ່ວນລວມມີໜ້ອຍ, ກົນໄກການບໍລິຫານອາຍາສິດ, ເກື້ອກູນ ແລະ ອື່ນຍັງມີຫລາຍສົມຄວນ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...