spot_img
Homeຂ່າວພາຍ​ໃນພິທີປະກາດ ເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນ

ພິທີປະກາດ ເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນ

Published on

ໃນລະຫວ່າງວັນທີ 7-10 ມິຖຸນາ 2022 ທີ່ຜ່ານມາ ກົມ, ກອງບັນຊາການ, ວິທະຍາຄານ ອ້ອມຂ້າງກະຊວງ ປກສ ຄື: ກົມສື່ສານ, ກອງບັນຊາການປ້ອງກັນທີ່ຕັ້ງ, ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ຈັດພິທີປະກາດ ເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ, ແຕ່ລະພາກສ່ວນປະດັບຊັ້ນໂດຍ ພົຈວ ແສງປະເສີດ ສຸທໍາມະວົງ ຫົວຫນ້າກົມສື່ສານ, ພົຈວ ໄຊສີ ແກ້ວສະຫງ່າ ຫົວຫນ້າກອງບັນຊາການປ້ອງກັນທີ່ຕັ້ງ, ພ້ອ ຄໍາພັດ ສາລີວອນ ຮອງຫົວຫນ້າອໍານວຍການວິທະຍາຄານຕ່ໍາ ຫຼວດປະຊາຊົນ, ມີຄະພັກ-ຄະນະບັນຊາ, ພ້ອມດ້ວຍນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີປະກາດ ເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນມີ: ກົມສື່ສານມີພະນັກງານໄດ້ຮັບເລື່ອນຊັ້ນ ຈໍານວນ 4 ສະຫາຍ ຍິງ 1 ສະຫາຍ ຄື: ເລື່ອນຊັ້ນ ພັນຕີ ຂຶ້ນ ພັນ ໂທ 1 ສະ ຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ.

ກອງບັນຊາການປ້ອງກັນທີ່ຕັ້ງໄດ້ຮັບເລື່ອນຊັ້ນ ຈໍານວນ 50 ສະຫາຍ ຍິງ 8 ສະຫາຍ, ໃນນີ້ເລື່ອນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 29 ສະຫາຍ ຍິງ 6 ສະຫາຍ ແລະ ມີຜົນຕໍາຫຼວດທີ່ຮັບເລື່ອນຊັ້ນ ຄື: ສິບເອກ ຂຶ້ນ ວງທີ 6 ສະຫາຍ, ສິບໂທ ຂຶ້ນ ສິບເອກ 5 ສະຫາຍຍິງ 2 ສະຫາຍ ແລະ ສິບຕີ ຂຶ້ນ ສິບໂທ 1 ສະຫາຍ;

ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ຮັບເລື່ອນຊັ້ນ ຈໍານວນ 31 ສະຫາຍ ຍິງ 5 ສະຫາຍ. ໃນນີ້, ເລື່ອນ ພັນຕີ ຂຶ້ນ ພັນໂທ ຈໍານວນ 6 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 7 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 18 ສະຫາຍ ຍິງ 5 ສະຫາຍ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...