Homeຂ່າວພາຍ​ໃນທ່ານປະທານປະເທດແຫ່ງ ສປປ ລາວ ກ່າວປາໄສຕໍ່ກອງ​ປະຊຸມ​ສົນທະນາຜູ້ນຳເສດຖະກິດ ວ່າ​ດ້ວຍ ກາລະ​ໂອກາດ​ໃໝ່ ​ເພື່ອ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ

ທ່ານປະທານປະເທດແຫ່ງ ສປປ ລາວ ກ່າວປາໄສຕໍ່ກອງ​ປະຊຸມ​ສົນທະນາຜູ້ນຳເສດຖະກິດ ວ່າ​ດ້ວຍ ກາລະ​ໂອກາດ​ໃໝ່ ​ເພື່ອ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ

Published on

choum1

 

ໃນວັນທີ 9 ເດືອນພະຈິກ 2014 ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້

ເຂົ້າຮ່ວມ ກອງ​ປະຊຸມ ​ສົນທະນາຜູ້ນຳເສດຖະກິດ ວ່າ​ດ້ວຍກາລະ​ໂອກາດ​ໃໝ່​ເພື່ອ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ

ໃນ​ຫົວ​ ຂໍ້“ພາກພື້ນທີ່ຢູ່ນອກເໜືອ APEC: ກາລະໂອກາດ ເພື່ອການ ເຕີບໂຕ; ກາລະໂອກາດເພື່ອການຮ່ວມ

ມື” ໂດຍກອງ​ປະຊຸມ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຄິດ​ເຫັນ ກັບ​ບັນດາ​ຜູ້​ນໍາ​ທາງ​ທຸລະ​ກິດ ຂອງ​ສະມາ

ຊິກ ​ເຂດ​ເສດຖະກິດ​ເອເປັກ ກ່ຽວ​ກັບກາລະ​ໂອກາດ​ເພື່ອ​ການ​ຮ່ວມ​ມື ແລະ ​ການພັດທະນາ​ເສດຖະກິດ ​ໃນ​

ພາກ​ພື້ນ ອາຊີ-ປາຊີ​ຟິກ.

 

ທ່ານ ຈູມມາລີ ໄຊຍະສອນ ໄດ້ກ່າວປາໄສຕໍ່ກອງປະຊຸມເຊິ່ງເນື້ອ​ໃນສຳຄັນ​ໄດ້ຊີ້ໃຫ້ເຫັນ ທ່າອ່ຽງ ຂອງ​ການ​​ເຊື່ອມ

ໂຍງເສດຖະກິດ, ກາ​ນ​ເຊື່ອມ​ຈອດ ​ແລະ ການ​ເພິ່ງ​ພາ​ອາ​ໃສ​ເຊິ່ງກັ​ນ​ ​ແລະ ກັນ ລະຫວ່າງ ສະມາຊິກ​​ເຂດ​​ເສດຖະ

ກິດ​ເອ​​ເປັກ ​ແລະ ບໍ່​ແມ່ນ​​ສະມາຊິກ​ເຂດ​​ເສດຖະກິດ​ເອ​ເປັກຄວນ​ຖືກ​ ນຳ ​ມາ​ໃຊ້​ຢ່າງ​ມີ​ປະສິດທິພາບ​ສູງ​ສຸດ ​ແລະ

ນຳ​ຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນ, ທ່ານໄດ້ກ່າວເຖິງທ່າອ່ຽງ ​ແລະ ກາລະ​ໂອກາດ ຂອງ ສປປ ລາວ ​ໃນ​ການ ​ເຊື່ອມ​

ໂຍງ​ເສດຖະກິດ ​ແລະ ການ​ເຊື່ອມ​ຈອດ; ຄວາ​ມມີ​ສະຖຽນ​ລະ​ພາ​ບທາງ​ການ​ເມືອງ ​ແມ່ນ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຕົ້ນ​ຕໍ

ສຳລັບ​ການ​ພັດທະນາ​ ​ແລະ ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແຫ່ງ​ຊາດ; ທີ່​ຕັ້ງ​ດ້ານ​ພູມີສາດ​ຂອງ ສປປ ລາວ ​ແມ່ນ

​ເປັນ​ສູນ​ກາງຂອງ​ການ​ເຊື່ອມ​ຈອດ ​ແລະ ​​ຕັ້ງ​ຢູ່​ໃນ​ໃຈກາງ​ຂອງ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້;ທ່າອ່ຽງ ​ແລະ ກາລະ​ໂອ

ກາດ ຂອງ ສປປ ລາວ ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ ​ແລະ ສົ່ງ​ເສີມ​ອຸດສາຫະກຳ​ການ​ທ່ອງ​ທ່ຽວ; ເພິ້ມທະວີ​ການ

​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະເສດຖະ ກິດ ກັບ​ບັນດາ​ເຂດ​ເສດຖະກິດ​ເອ​ເປັກ ​ໂດຍ​ຜ່ານ​ກົນ​​ໄກ​ການ​ຮ່ວມ​ມື ​ໃນ​ອະນຸ

​ພາກ​ພື້ນ​, ພາກ​ພື້ນ ​ແລະ ສາກົນ; ພ້ອມນັ້ນໄດ້ເຊີນ​ຊວນ​ບັນດາ​ນັກ​ລົງທຶນ​ຈາກ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ​ແລະ

ພາກ​ພື້ນ​ອື່ນໆ​ທົ່ວ​ໂລກ ​​ພິຈາລະນາ​ເຂົ້າ​ມາ​ລົງທຶນ​ຢູ່ ສປປ ລາວ.

 

ສປປ ລາວ ​​ແມ່ນ​ໜຶ່ງ​ໃນ​ເຂດ​ເສດຖະກິດ​ຂອງອາຊີ​ຕາ​ເວັນ​ອອກ  ທີ່ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ,

ມີ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ​ແລະ ມີ​ກົດໝາຍ​ຮອງ​ຮັບ​ບັນດາ​ສິດຜົນປະ​ໂຫຍ​ດ ຂອງ​ນັກ​ລົງ​ທຶນຕ່າງປະ​ເທດ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...