Homeຂ່າວຕ່າງປະເທດຈີນ ​ແລະ ຣັດ​ເຊຍ​ເປີດ​ຂົວ​ຂ້າມ​ຊາຍ​ແດນ

ຈີນ ​ແລະ ຣັດ​ເຊຍ​ເປີດ​ຂົວ​ຂ້າມ​ຊາຍ​ແດນ

Published on

ວັນ​ທີ11​ ມິຖຸນາ ທີ່ຜ່ານມາ​ນີ້, ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວ ​ຂ້າມ​ຊາຍ​ແດນ​ ແຫ່ງ​ໃໝ່ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເຊື່ອມ​ຕໍ່ ​ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນ ມີ​ຄວາມ​ຍາວ​ ກວ່າ1​ ກິ​ໂລ​ແມັດ ​ໃຊ້​ງົບປະມານ ​ໃນ​ການ​ກໍ່ສ້າງ 342 ລ້ານ​ໂດ​ລາ​ ສະຫະລັດ ຫລັງ​ຈາກ​ ໄດ້​ກໍ່ສ້າງ​ເມື່ອ​ປີ 2016 ​ແລະ ສຳ​ເລັດ ​ເດືອນ​ພຶດສະພາ 2020, ​ແຕ່​ການ​ເປີດ​ຂົວ​ໄດ້ ​ຊ້າ​ອອກ​ໄປ ຍ້ອນ​ການ ​ແພ່​ລະບາດ ​ໂຄ​ວິດ-19.

ສຳລັບ ຂົວ​ແຫ່ງ​ນີ້ ຈະ​ຊ່ວຍ​ ຫຼຸດຜ່ອນ ​ໄລຍະ​ທາງ ​ໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າ ຂ້າມ​ຊາຍ​ແດນ ລະຫວ່າງ​ ຈີນ ກັບ ຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ ​ແລະ​ ຖື​ເປັນ​ເສັ້ນທາງ ​ສຳຄັນ ຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍ ກັບ​ຈີນ ​ແລະ ຈະ​ຊ່ວຍ​ ເພີ່ມ​ມູນ​ຄ່າ ​ສິນຄ້າ ກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ສະຫະລັດ ​ໃນ​ອີກ 2 ປີ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ຈີນ ຖື​ເປັນ​ຜູ້​ຊື້​ ສິນຄ້າ ​ປະ​ເພດ ຊັບພະຍາກອນ​ ທຳ​ມະ​ຊາດ ​ແລະ ຜະລິດ​ຕະພັນ ທາງ​ກະສິກຳ​ແຫ່ງ​ໃຫຍ່​ ຂອງຣັດ​ເຊຍ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...