Homeຂ່າວຕ່າງປະເທດໄຟໄໝ້ອາຄານທີ່ເກົາຫຼີໃຕ້

ໄຟໄໝ້ອາຄານທີ່ເກົາຫຼີໃຕ້

Published on

ໃນວັນພະຫັດ ທີ 9 ມິຖຸນາ ທີ່ຜ່ານມາ ຈາກການລາຍງານຂອງ ສຳນັກຂ່າວບີບີຊີ ໄດ້ລາຍງານວ່າ ເກີດເຫດໄຟໄໝ້ອາຄານສຳນັກງານກົດໝາຍ ໃນເມືອງແດກູ ປະເທດເກົາຫຼີໃຕ້ ສົ່ງຜົນໃຫ້ມີຄົນເສຍຊີວິດແລ້ວ 7 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 46 ຄົນ.

ເຈົ້າໜ້າທີ່ເກົາຫຼີໃຕ້ລະບຸວ່າ ກຳລັງສອບສວນສາເຫດຂອງໄຟໄໝ້ໃນເທື່ອນີ້ ແລະ ຄາດວ່າຈະເປັນຄວາມຕັ້ງໃຈວາງເພີງ ເຊິ່ງມີຜູ້ຕ້ອງສົງໄສຄື ຜູ້ຊາຍອາຍຸ 50 ປີ ທີ່ເສຍຊີວິດໃນບ່ອນເກີດເຫດ.

ຫຼັງຈາກໄຟໄໝ້ ໄດ້ລະດົມເຈົ້າໜ້າທີ່ດັບເພີງ 150 ຄົນເຂົ້າໄປ ຫຼັງຈາກທີ່ເກີດໄຟໄໝ້ສຳນັກງານປະມານ 10:55 ນາທີ ຕາມເວລາທ້ອງຖິ່ນ ເຊິ່ງເຈົ້າໜ້າທີ່ໄດ້ໃຊ້ເວລາປະມານ 20 ນາທີ ໃນການດັບໄຟໄດ້.

ເຈົ້າໜ້າທີ່ໄດ້ເຜີຍໃຫ້ເຫັນວ່າ ຈາກການກວດສອບເບື້ອງຕົ້ນໃນກ້ອງວົງຈອນປິດ ໄດ້ເຫັນຜູ້ກໍ່ເຫດນັ້ນພ້ອມກັບວັດຖຸ ໄດ້ເຂົ້າໄປຍັງຊັ້ນ 2 ຂອງອາຄານ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...