Homeຂ່າວຕ່າງປະເທດລົດໄຟຕົກລາງໃນອີຣານເຮັດໃຫ້ມີຄົນເສຍຊີວິດ

ລົດໄຟຕົກລາງໃນອີຣານເຮັດໃຫ້ມີຄົນເສຍຊີວິດ

Published on

ເກີດເຫດລົດໄຟໂດຍສານຕົກລາງ ໃນເມືອງທະເລຊາຍຂອງອີຣານ ສົ່ງຜົນໃຫ້ມີຜູ້ໂດຍສານເສຍຊີວິດຫຼາຍກວ່າ 17 ຄົນ ນອກຈາກນີ້ຍັງມີຄົນບາດເຈັບອີກ 50 ຄົນ.

ໃນວັນທີ 8 ມິຖຸນາ ຈາກສຳນັກຂ່າວ ອາລຈາຊີຣາ ລາຍງານວ່າ: ເກີດເຫດລົດໄຟຕົກລາງ ໃນເມືອງທະເລຊາຍທາບາສ ທາງຕະເວັນອອກຂອງປະເທດ ຫ່າງຈາກກຸງເຕຫະຣານ ໄປທາງຕະເວັນອອກສຽງໃຕ້ປະມານ 550 ກິໂລແມັດ, ເຈົ້າໜ້າທີ່ກູ້ໄພໄດ້ຮີບຊ່ວຍເຫຼືອຄົນທີ່ຕິດຢູ່ໃນລົດໄຟອອກມາ ແລະ ເຄື່ອນຍ້າຍຜູ້ບາດເຈັບຫຼາຍກວ່າ 50 ຄົນໄປສົ່ງໂຮງໝໍໃກ້ຄຽງ ຂະນະທີ່ພົບເຫັນຜູ້ເສຍຊີວິດໃນລົດໄຟຢ່າງໜ້ອຍ 17 ຄົນ ແລະ ຈະມີຫຼາຍກວ່ານີ້ຍ້ອນວ່າຜູ້ບາດເຈັບຈຳນວນຫຼາຍມີອາການສາຫັດ.

ສື່ທ້ອງຖິ່ນໄດ້ລາຍງານວ່າ ເສັ້ນທາງລົດໄຟນີ້ເຊື່ອມຕໍ່ລະຫວ່າງ ເມືອງທາບາສ ກັບ ເມືອງຢາສ ທີ່ຢູ່ທາງພາກກາງຂອງປະເທດ, ຂະນະທີ່ເກີດເຫດນັ້ນ ມີຜູ້ໂດຍສານໃນລົດໄຟປະມານ 350 ຄົນ ຈາກການກວດສອບເບື້ອງຕົ້ນພົບວ່າສາເຫດອາດຈະມາຈາກ ລົດໄຟໄດ້ແລ່ນຊົນກັບ ລົດຂຸດດິນຄັນໜຶ່ງທີ່ຈອດຢູ່ດ້ານຂ້າງຂອງລາງລົດໄຟ ເນື່ອງຈາກບໍລິເວນນີ້ເປັນຈຸດທີ່ຢູ່ລະຫວ່າງການສ້ອມແປງທາງ ຢ່າງໃດກໍຕາມ ຈະໄດ້ກວດສອບເພີ່ມເພື່ອຄວາມຊັດເຈນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...