Homeຂ່າວຕ່າງປະເທດອັງກິດທົດລອງການເຮັດວຽກ 4 ມື້ຕໍ່ອາທິດ

ອັງກິດທົດລອງການເຮັດວຽກ 4 ມື້ຕໍ່ອາທິດ

Published on

ອັງກິດເລີ່ມການທົດລອງເຮັດວຽກ 4 ມື້ຕໍ່ອາທິດ ເລີ່ມຂຶ້ນເມື່ອ 6 ມິຖຸນາທີ່ຜ່ານມາ ໂດຍການທົດລອງດັ່ງກ່າວຈະໃຊ້ເວລາ 6 ເດືອນໂດຍທັງໝົດຈະໃຊ້ຕົວແບບ 100:80:100 ແມ່ນພະນັກງານຈະໄດ້ເງິນເງິນເດືອນ 100% ເວລາເຮັດວຽກຫຼຸດລົງ ຫຼຸດເປັນ 80%, ການຜະລິດພາບ (ຜົນຜະລິດ) ເທົ່າກັບ 100%. ໂດຍການຮ່ວມມືກວ່າ 70 ບໍລິສັດພ້ອມມພະນັກງານກວ່າ 3000 ຄົນ.

ການທົດລອງດັ່ງກ່າວເກີດຂຶ້ນພາຍໃຕ້ການນຳພາຂອງທ່ານ Andrew Barnes ແລະ ທ່ານ Charlotte Lockhart ທີ່ຮ່ວມກັນຕັ້ງມູນນິຖິ 4 Day Week Global ເພື່ອໃຫ້ພະນັກງານມີຄວາມສຸກໃນການເຮັດວຽກຫຼາຍຂຶ້ນ ແຕ່ກໍຍັງມີປະສິທິທິພາບໃນການເຮັດວຽກໃນການເຮັດວຽກໃຫ້ກັບອົງກອນຂອງຕົນ ທັງສອງຄົນຍັງມີຜູ້ຮ່ວມພັກດັນໂຄງການອີກຫຼາຍຄົນ ແລະ ຍັງມີຜູ້ຊ່ຽວຊານຈາກມະຫາວິທະຍາໄລ Oxford, Harvard, Pennsylvania, Aukland ແລະ Boston ມາເລີ່ມທົດລອງດັ່ງກ່າວ.

ຈາກຜົນສຳຫຼວດໃນອາເມລິກາພົບວ່າ ພະນັກງານເຮັດວຽກ 92% ເຮັດວຽກແບບ 4 ວັນຕໍ່ອາທິດ, ມື້ລະ 10 ຊົ່ວໂມງແທນທີ່ເຮັດວຽກແບບເດີມຄື 5 ມື້ຕໍ່ອາທິດ, ມື້ລະ 8 ຊົ່ວໂມງ ເຊິ່ງການທົດລອງເຮັດວຽກ 4 ມື້ຕໍໍ່ອາທິດກວ່າ 70 ບໍລິສັດ. ໃນອັງກິດນີ້ເອງກຈະມາຊ່ວຍຖາມວ່າ ການຫຼຸດເວລາເຮັດວຽກເຮັດໃຫ້ພະນັກງານເຮັດວຽກຕາມຂັ້ນຕອນ ແລະ ສຸຂະພາບດີຂຶ້ນ ຫຼື ບໍ່.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...