spot_img
Homeຂ່າວຕ່າງປະເທດເອີຣົບຕົກລົງໃຫ້ໃຊ້ຫົວສາກແບບດຽວກັນພາຍໃນປີ 2024

ເອີຣົບຕົກລົງໃຫ້ໃຊ້ຫົວສາກແບບດຽວກັນພາຍໃນປີ 2024

Published on

ໃນປີ 2024 ຫຼັງຈາກທີ່ສະຫະພາບເອີຣົບ ແລະ ນິຕິບັນຍັດຕົກລົງກັນໃນໃວັນອັງຄານທີ່ຜ່ານມາ ວ່າຈະໃຊ້ຫົວສາກໂທລະສັບສະລັບໂທລະສັບມືຖື ສະມາດໂຟນ, ແທັບເລັດ ແລະ ກ້ອງຖ່າຍຮູບ ເປັນຄັ້ງທຳອິດຂອງໂລກ.

ໃນວັນອັງຄານທີ 7 ມິຖຸນາ ທີ່ຜ່ານມາ ສຳນັກຂ່າວເອີຣົບ ໄດ້ລາຍງານວ່າ: ຄະນະກຳມາທິການເອີຣົບໄດ້ກ່າວວ່າ ຈະເຮັດໃຫ້ຜູ້ບໍລິໂພກສະດວກຂຶ້ນ ແລະ ປະຢັດເງິນຂອງພວກເຂົາໃນການບໍ່ຊື້ຫົວສາກຫຼາຍປະເພດ, ເຊິ່ງພາຍໃນທ້າຍປີ 2024 ສະຫະພາບເອີຣົບໄດ້ແຈ້ງວ່າຈະໃຫ້ ຫົວສາກປະເພດ USB Type-C ຈະເປັນສາຍສາກທົ່ວໄປສຳລັບໂທລະສັບ ສະມາດໂຟນ, ແທັບເລັດ ແລະ ກ້ອງຖ່າຍຮູບ ໃນເອີຣົບ.

ຫົວໜ້າອຸດສາຫະກຳຂອງສະຫະພາບເອີຣົບກ່າວວ່າ: ຂໍ້ຕົກລົງດັ່ງກ່າວຈະຊ່ວຍປະຢັດຄ່າໃຊ້ຈ່າຍຂອງຜູ້ບໍລິໂພກໄດ້ 250 ລ້ານຢູໂຣ, ແລະ ຊ່ວຍຫຼຸດຜ່ອນບັນຫາຂີ້ເຫຍື້ອ ອີເລັກໂຕນິກ ໄດ້ຫຼາຍຂຶ້ນອີກດ້ວຍ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...