spot_img
Homeຂ່າວພາຍ​ໃນສານ​ສູງ​ສຸດ 3 ປະ​ເທດ​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ "ຄວາມ​ຍຸ​ຕິ​ທໍາ​ສໍາ​ລັບ​ສັດ​ປ່າ"

ສານ​ສູງ​ສຸດ 3 ປະ​ເທດ​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ “ຄວາມ​ຍຸ​ຕິ​ທໍາ​ສໍາ​ລັບ​ສັດ​ປ່າ”

Published on

ໃນວັນທີ 2 ມິຖຸນາ ສານສູງສຸດຂອງກຳປູເຈຍ, ລາວ ແລະ ຫວຽດນາມ ໄດ້ດຳເນີນກອງປະຊຸມທາງອິນເຕີເນັດກ່ຽວກັບຄວາມຍຸຕິທຳສຳລັບສັດປ່າ: ກອງປະຊຸມຜູ້ພິພາກສາສູງສຸດກ່ຽວກັບ ອາຊະຍາກຳສັດປ່າໃນພາກພື້ນ.

​ສານ​ປະຊາຊົນ​ສູງ​ສຸດ​ແຫ່ງ ສປປ ລາວ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ແຫ່ງ​ຊາດລາວ ​ໄດ້​ຈັດກອງປະຊຸມ​ຂຶ້ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປະຕິບັດ​ກົດໝາຍ ​ແລະ ອັດຕາ​ການ​ລົງ​ໂທດ​ຕໍ່​ອາດຊະຍາ​ກຳ​ສັດປ່າ. ອາຊະຍາກຳສັດປ່າຫຼາຍແຫ່ງໃນພາກພື້ນ ແລະ ສາກົນບໍ່ເຄີຍຖືກຂຶ້ນສານ ແລ້ວຄະດີທີ່ເຄີຍຖືກລົງໂທດຜ່ານມາ ແມ່ນໄດ້ຮັບການລົງໂທດແບບຜ່ອນຜັນ ທີ່ບໍ່ກົງກັບຄວາມຮ້າຍແຮງຂອງອາຊະຍາກຳ.

ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ໄດ້ກ່າວວ່າ: ນີ້ເປັນຄັ້ງທຳອິດທີ່ພວກເຮົາໄດ້ຈັດຕັ້ງງານທີ່ສະໜັບສະໜູນການຮ່ວມມືດ້ານການກວດກາອາຊະຍາກຳສັດປ່າ ແລະ ຍິນ​ດີ​ທີ່​ໄດ້​ຍິນ​ວ່າ​ຄູ່​ຮ່ວມ​ມື​ຂອງ​ກຳປູ​ເຈຍ ​ແລະ ຫວຽດນາມ, ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຍຸຕິ​ທຳ​ຕໍ່​ສັດປ່າ ​ຫວັງ​ວ່າ​ພວກ​ເຮົາ​ຈະ​ສາມາດ​ສືບ​ຕໍ່​ນຳ​ໃຊ້​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ​ເພື່ອ​ແບ່ງປັນ​ປະສົບ​ການ ​ແລະ ບົດຮຽນ​ໃນ​ຂະ​ແໜງ​ຍຸດຕິ​ທຳ​ເພື່ອ​ຕ້ານ​ການ​ຄ້າ​ສັດປ່າ ແລະ ຖືວ່າມັນເປັນອາຊະຍາກຳທີ່ຮ້າຍແຮງ.

ທ່ານ Seng Teak, ຜູ້ອໍານວຍການອົງການ WWF-ກໍາປູເຈຍ ກ່າວວ່າ: ການຮ່ວມມືລະຫວ່າງປະເທດເພື່ອນບ້ານ ເພື່ອແກ້ໄຂບັນຫາອາດຊະຍາກໍາສັດປ່າໂດຍຜ່ານລະບົບສານຕັດສິນທີ່ມີປະສິດທິຜົນ, ສາມາດກໍາຈັດເຄືອຂ່າຍການຄ້າຂາຍສັດປ່າທີ່ຜິດກົດໝາຍ.

ທ່ານ​ຍັງໄດ້ກ່າວຕື່ມວ່າ:​ ອາ​ຊະ​ຍາ​ກຳ​ສັດປ່າ​ຂ້າມ​ຊາດ​ບໍ່​ພຽງ​ແຕ່​ທຳລາຍ​​ດ້ານ​ການ​ອະນຸລັກສັດປ່າ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນໄພຮ້າຍ​ແຮງ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ດ້ານ​ເສດຖະກິດ ​ແລະ ​ສຸຂະພາບ​ຂອງ​ປະຊາຊົນ.

ທ່ານກ່າວຕື່ມວ່າ: “WWF ພ້ອມທີ່ຈະເສີມສ້າງເຄື່ອງມືທາງກົດໝາຍ ແລະ ເພີ່ມທະວີການດຳເນີນຄະດີທີ່ນຳໄປສູ່ການລົງໂທດທີ່ໜັກໜ່ວງ ສຳລັບຜູ້ກະທໍາຜິດໃນອາຊະຍາກຳສັດປ່ານາໆຊາດ.”

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...