Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ

ເຈົ້າໜ້າທີ່ພາສີແຂວງບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2,37 ແມັດກ້ອນ

Published on

ເຈົ້າໜ້າທີ່ພາສີ ປະຈໍາ ແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ໄມ້ເຖື່ອນຫລາຍປະເພດ (ໄມ້ໜູນ, ໄມ້ຄຳພີ, ໄມ້ດູ່, ໄມ້ແຕ້ຂ່າ) ລວມທັງໝົດ 68 ໂຕ ເທົ່າກັບ 2,37 ແມັດກ້ອນ.

ທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ໄດ້ລາຍງານວ່າ: ໃນທ້າຍເດືອນພຶດສະພາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີແຂວງບໍລິຄຳໄຊ ໄດ້ຮັບແຈ້ງຈາກພົນລະເມືອງດີ ມີລົດຂົນສົ່ງເຄື່ອນຍ້າຍໄມ້ຜິດກົດໝາຍຢູ່ເຂດເມືອງທ່າພະບາດ, ເຂດປາກກະດິງ ແລະ ຢູ່ເຂດເມືອງຄຳເກີດ, ເຈົ້າໜ້າທີ່ພາສີປະຈຳແຂວງໄດ້ເຄື່ອນໄຫວ, ຕິດຕາມຈຶ່ງພົບລົດເປົ້າໝາຍຢູ່ເຂດບ້ານປາກກະດັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ກຳລັງເດີນທາງລົງໄປຕາມເສັ້ນທາງເລກທີ 13 ໃຕ້, ເຈົ້າໜ້າທີ່ພາສີປະຈຳແຂວງບໍລິຄໍາໄຊ ທີ່ອອກປະຕິບັດໜ້າວຽກງານວິຊາສະເພາະ ໄດ້ຕິດຕາມຢ່າງໃກ້ສິດຈົນຮອດເຂດບ້ານນໍ້າທອນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແລະ ໄດ້ຂໍອະນຸຍາດຈາກເຈົ້າຂອງພາຫະນະ ກວດກາສິນຄ້າພາຍໃນລົດ.

ໃນການກວດກາເບື້ອງຕົ້ນພົບໄມ້ຈຳນວນຫລາຍລາຍການປະກອບມີ: ໄມ້ໝູນຈໍານວນ 6 ໂຕ ເທົ່າກັບ 0,16 ແມັດກ້ອນ, ໄມ້ຄຳພີ 2 ໂຕເທົ່າກັບ 0,03 ແມັດກ້ອນ, ໄມ້ຄໍາພີ (ໄມ້ເສດ) 237 ກິໂລກຣາມ, ໄມ້ດູ່ 4 ໂຕ ເທົ່າກັບ 0,04 ແມັດກ້ອນ ແລະ ໄມ້ແຕ້ຂ່າ 38 ໂຕ ເທົ່າກັບ 2,13 ແມັດກ້ອນ ລວມທັງໝົດເທົ່າກັບ 2,37 ແມັດກ້ອນ ແລະ 237 ກິໂລກຣາມ.

ສຳລັບການກະທໍາຜິດໃນຄັ້ງນີ້, ຖືວ່າຜິດຕໍ່ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍປ່າໄມ້ ແລະ ຄຳສັງຂອງນາຍົກລັດຖະມົນຕີ ແຫ່ງສປປລາວ ເລກທີ 15/ນຍ, ປັດຈຸບັນ ຍັງຢູ່ໃນຂັ້ນຕອນຂະບວນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອດຳເນີນຄະດີຕໍ່ຜູ້ກະທໍາຜິດຕາມກົດໝາຍໃນຂັ້ນຕໍ່ໄປ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...