Homeຂ່າວພາຍ​ໃນຊີ້ແຈງ!! ເຫດການຍິງປືນທາງດ່ວນວຽງຈັນ-ວັງວຽງ

ຊີ້ແຈງ!! ເຫດການຍິງປືນທາງດ່ວນວຽງຈັນ-ວັງວຽງ

Published on

ໃນວັນທີ 5 ມິຖຸນາ 2022 ທີ່ຜ່ານມາຢູ່ທາງອອກປາກອຸໂມງມິດຕະພາບ ລາວ-ຈີນ ທິດທາງນະຄອນຫຼວງວຽງຈັນຫາວັງວຽງ, ມີເຫດການຍິງປືນເກີດຂຶ້ນໂດຍທີ່ບໍ່ຊາບສາເຫດ, ຈຸດປະສົງ ແລະ ແຮງຈູງໃຈ ຂອງເຫດການຄັ້ງນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສຶບສວນ.

ພາຍຫລັງໄດ້ຮັບແຈ້ງເຫດທີມຊ່ວຍເຫຼືອ ກໍ່ເລີ່ມປະຕິບັດແຜນການກ່ຽວກັບການຮັບມືກັບເຫດສຸກເສີນທັນທີ, ພ້ອມທັງດຳເນີນການແຈ້ງເຫດຫາ ປກສ ໂພນໂຮງ ແລະ ຫີນເຫີບເພື່ອປະກອບສ່ວນຊ່ວຍເຫຼືອເຈົ້າໜ້າທີ່ປິດທາງຂາອອກສະຖານີຫີນເຫີບ, ນຳ້ງື່ມ, ວັງວຽງ ສາມບ່ອນ.

ປະຈຸບັນ, ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກຳລັງຮ່ວມມືກັບທາງເຈົ້າໜ້າທີ່ຕຳຫຼວດໃນການລົງເລິກສຶບສວນ, ຂໍໃຫ້ບັນດາມວນຊົນປະຊາຊົນຍັງຄົງເລືອກໃຊ້ທາງດ່ວນທີ່ເປັນການສັນຈອນທີ່ສະດວກຄືຕາມເດີມ.

ຈາກເຫດການດັ່ງກ່າວເສັ້ນທາງດ່ວນແມ່ນບໍ່ໄດ້ຮັບຜົນກະທົບ, ປອດໄພຕະຫຼອດທາງ ແລະ ດຳເນີນງານຕາມປົກກະຕິ.
ຂໍໃຫ້ບັນດາມວນຊົນຢ່າເຊື່ອຟັງຂ່າວລື ແລະ ບໍ່ສົ່ງຕໍ່ຂ່າວລື. ຂໍ້ມູນຕ່າງໆແມ່ນໃຫ້ອີງຕາມແຈ້ງການຈາກແຫຼ່ງຂ່າວທາງການທີ່ຖືກຕ້ອງ. ໜ່ວຍງານ ຫຼື ບຸກຄົນໃດທີ່ລົງຂ່າວສານທີ່ບໍ່ມີມູນຄວາມຈີງ ແລະ ການກະທຳໃສ່ຮ້າຍປ້າຍສີທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ທາງບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ຈະໄດ້ອີງຕາມກົດໝາຍໃນການຕາມຜູ້ກ່ຽວມາຮັບຜິດຊອບ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...