Homeຂ່າວຕ່າງປະເທດເອຢິບຈັດງານສະແດງນິເທດສະການມຳມີ່

ເອຢິບຈັດງານສະແດງນິເທດສະການມຳມີ່

Published on

ເອຢິບຈັດງານສະແດງນິເທດສະການຄັ້ງໃຫຍ່ໃຫ້ກັບປະຊາຊົນເຂົ້າເບິ່ງວັດຖຸບູຮານທີ່ຄົ້ນພົບໃນບໍ່ດົນມານີ້ ປະກອບມີມຳມີ່ 250 ພ້ອມດ້ວຍຮູບປັ້ນ ແລະ ເຄື່ອງໃຊ້ຂອງຟາໂຣອາຍຸເກົ່າແກ່ຫຼາຍກວ່າ 2.500 ປີ.

ໃນວັນທີ 30 ພຶດສະພາ 2022 ຊີບີເອສ ໄດ້ລາຍງານວ່າ: ທາງການເອຢິບ ໄດ້ນຳວັດຖຸບູຮານຈຳນວນໜຶ່ງທີ່ຫາກໍຄົ້ນພົບບໍລິເວນສຸສານບູຮານແຫ່ງ ຊັກຄາຣາ ອອກມາສະແດງໃຫ້ກັບປະຊາຊົນໄດ້ເບິ່ງປະກອບມີ ໂຮງສົບ 250 ອັນ ທີ່ມີການຂຽນລວດລາຍຕົບແຕ່ງງາມ ພາຍໃນນັ້ນມີ ມຳມີ່ທີ່ສະພາບສົມບູນຢູ່, ນອກຈາກນີ້ຍັງມີຮູບປັ້ນທອງແດງ 150 ອັນ ເປັນຮູບເທບພະເຈົ້າຂອງເອຢິບ ແລະ ເຄື່ອງໃຊ້ຂອງຟາໂຣ ອາຍຸເກົ່າແກ່ກວ່າ 2.500 ປີ.

ນິເທດສະການນີ້ຈັດຂຶ້ນບໍລິເວນໜ້າພິລາມິດຂັ້ນບັນໄດໂຈເຊີ ໃນເມືອງຊັກຄາຣາ ໂດຍມຳມີ່ ແລະ ວັດຖຸບູຮານຖືກຂຸດເຫັນໃນບໍລິເວນສຸສານບູຮານແຫ່ງຊັກຄາຣາ.

ການຈັດສະແດງໃນເທື່ອນີ້ ເພື່ອເປັນການໃຫ້ປະຊາຊົນໄດ້ທ່ຽວຊົມ ກ່ອນທີ່ຈະມີການຂົນຍ້າຍໄປຕັ້ງສະແດງແບບຖາວອນທີ່ ພິພິຕະພັນ “ແກຣນ ເອຢິບ” ພິພິຕະພັນບູຮານວັດຖຸແຫ່ງໃໝ່ທີ່ຢູ່ຊານກຸງໄຄໂຣ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...