spot_img
Homeຂ່າວພາຍ​ໃນ​ບໍ​ລິ​ສັດ ລ​ຊມ​ລ ມອບ US$5.84 ລ້ານ ຄ່າພາ​ສີ​​ແຮ່​ທາດ ​ໃຫ້​ລັດ​ຖະ​ບານ​ລາວ

​ບໍ​ລິ​ສັດ ລ​ຊມ​ລ ມອບ US$5.84 ລ້ານ ຄ່າພາ​ສີ​​ແຮ່​ທາດ ​ໃຫ້​ລັດ​ຖະ​ບານ​ລາວ

Published on

1 ມິ​ຖຸ​ນາ 2022 ທີ່​ຫ້ອງ​ປະ​ຊຸມ​ ຂອງ​ກົມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ, ກະ​ຊວງ​ການ​ເງິນ ໄດ້​ມີ​ການມອ​ບ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ໂດຍທ່ານ ສະ​ໝານ ອະ​ເນ​ກາ – ຜູ້​ອຳ​ນວຍ​ການ​ໃຫ​ຍ່ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ຈຳ​ນວນ​ US$5.846.693,20 ​ທີ່​ໄດ້ຈາກການ​ຜະ​ລິດ-ຈຳ  ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງ ຂອງ​ໂຄງ​ການ​ຂຸດ​​ຄົ້ນບໍ່​ຄໍາ-ທອງ ເຊ​ໂປນ.

​ຜ່ານ​ມາ, ໃນ​​ປີ 2021, ​ລ​ຊມ​ລ ໄດ້​ມອບລາຍ​ຮັບໂດຍ​ກົງ​ຈາກ​ການ​ເສຍ​ພາ​ສີ, ອາ​ກອນ, ແລ​ະ ຄ່າ​ຊັກ​ອື່ນໆ​ທີ່​ກ່ຽວ​ຂ້ອງ ໃຫ້​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ເປັ​ນ​ຈຳ​ນວນທັງ​ໝົດ​ ກວ່າ US$40.84 ລ້ານ.

ນັບຕັ້ງແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ ຕັ້ງ​ແຕ່​​ປີ 2003 ເປັນ​ຕົ້ນ​ມາ, ບໍ​ລິ​ສັດ ລ​ຊມ​ລ ໄດ້​ປະ​ກອບ​ສ່ວນພັນ​ທະ​ ທີ່​ເປັນ​ລາຍ​ຮັບ​ໂດຍ​ກົງໃຫ້ແກ່​ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ​ເປັນ​ເງິນ​ທັງໝົດ ຫຼາຍກວ່າ US$1,6 ຕື້ ໃນ​ນັ້ນ ມີຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ ຫຼາຍກ່​ວາ ​US$ 389 ລ້ານ. ນອກ​ຈາກນັ້ນ ບໍ​ລິ​ສັດ​ກໍ່​ຍັງ​ໄດ້​ລົງ​ທຶນ​ຕື່ມອີກ ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ ສະ​ຫະ​ລັດ ໃສ່​ໃນ​ການ​ປະ​ກອບ​ສ່ວນ​ທາງ​ອ້ອມ ເຊັ່ນ: ​ການ​ຝຶກ​ອົມ​ຮົມ​ສີ​ມື​ແຮງ​ງານ, ​ການສະ​ໜັບ​ສະ​ໜູນ​ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ ແລະ ການ​ພັດ​ທະ​ນາ​ຊຸມ​ຊົນ​ເຈົ້າ​ພາບ.

ໃນ​ໄຕ​ມາດ​ທີ 1 ປີ 2022 ນີ້, ບໍ່​ຄຳ​-ທອງ​ເຊ​ໂປນ ສາ​ມາດ​ຜະ​ລິດ​ຄຳ​ໄດ້ 1,783 ກິ​ໂລ ແລະ ທອງ 2,426 ໂຕນ.

ໃນກາງ​ເດືອນ​​ຜ່ານ​ມາ, ບໍ​ລິ​ສັດ ລ​ຊມ​ລ ໄດ້​ເປີດອຸມົງ​ ເພື່ອ​ສຳຫຼວດບໍ່​ແຮ່​ໃຕ້​ດິນ​ທີ່​ທັນ​ສະ​ໄໝ​ແຫ່ງ​ທໍ​າ​ອິດ​​ໃນ ​ສ​ປ​ປ ລາວ.  ກາ​ນ​ພັດ​ທະ​ນາ​ການ​ຂຸດ​ຄົ້ນບໍ່​ແຮ່​ໃຕ້​ດິນໃໝ່​ນີ້ ຈະສາ​ມາດ​ຕໍ່​ອາ​ຍຸ​ການ​ຂຸດ​ຄົ້ນ​ບໍ່​ຄຳ​ຕື່ມຈາກ​ນີ້​ໄປ​ອີກ 7 ປີ. ບໍ​ລິ​ສັດ ຄາດ​ວ່າ: ​ການ​ຂຸດ​ຄົ້ນ​ບໍ່ແຮ່​ໃຕ້​ດິນໃໝ່​ນີ້ ​ຈະ​ເລີ່ມຂຸດ​ຄົ້ນ​ ແລະ ຜະ​ລິ​ດ ​ໃນ​​ກາງ​ປີ 2023 ທີ່​ຈະ​ມາ​ເຖິງ​ນີ້.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...