Homeຂ່າວຕ່າງປະເທດເຫດກາດຍິງມີ່ໂຮງໝໍໃນສະຫະລັດອາເມຣິກາ

ເຫດກາດຍິງມີ່ໂຮງໝໍໃນສະຫະລັດອາເມຣິກາ

Published on

ເກີດເຫດ ຄົນຮ້າຍບຸກເຂົ້າໄປກາດຍິງທີ່ໂຮງໝໍແຫ່ງໜຶ່ງໃນເມືອງ Tulsa, ລັດ Oklahoma ສະຫະລັດອາເມຣິກາ ເບື້ອງຕົ້ນມີຜູ້ເສຍຊີວິດທັງໝົດ 4 ຄົນ ຫຼັງຈາກຜູ້ກໍ່ເຫດໄດ້ຍິງຕົວເອງຕາຍເພື່ອໜີຄວາມຜິດ.

ເກີດເຫດການກາດຍິງໃນສະຫະລັດ ອີກຄັ້ງ ຫຼັງຈາກທີ່ເກີດເຫດກາດຍິງທີ່ໂຮງຮຽນປະຖົມເທັກຊັສໄດ້ພຽງ 1 ອາທິດ , ໂດຍເຫດການລ່າສຸດເກີດຂື້ນທີ່ໂຮງໝໍ St francis ຜູ້ກໍ່ເຫດໄດ້ໃຊ້ປືນໄລເຟີ້ນ ແລະ ປືນສັ້ນບຸກເຂົ້າໄປໃນອາຄານ Natalie Medical Building ເຊິ່ງເປັນຕຶກສຳນັກງານຂອງເເພດ ແລ້ວກໍ່ເຫດກາດຍິງຄົນໃນອາຄານຈົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ, ກ່ອນທີ່ຕຳລວດຈະພົບຄົນຮ້າຍນອນເສຍຊີວິດ ໂດຍມີບາດຖືກຍິງດ້ວຍອາວຸດປືນ, ເຊິ່ງເບື້ອງຕົ້ນຕຳຫຼວດລະບຸວ່າ ໜ້າຈະເປັນການຍິງຕົວເອງຕາຍ ໂດຍຫຼັງຈາກທີ່ເກີດເຫດ ເຈົ້າໜ້າທີ່ໄດ້ປິດອາຄານດັ່ງກ່າວ ແລະ ເຂົ້າກວດສອບທຸກຫ້ອງໃນອາຄານ.

Eric Dalglech ຮອງຫົວໜ້າຕຳຫຼວດເມືອງ Tulsa ​ໃຫ້​ສຳພາດ​ກັບນັກຂ່າວວ່າ: ຕຳຫຼວດມາຮອດຈຸດເກີດເຫດພາຍໃນ 3 ນາທີຫຼັງຈາກໄດ້ຮັບແຈ້ງເຫດ ໂດຍເຈົ້າໜ້າທີ່ໄດ້ເລັ່ງເຄື່ອນຍ້າຍຄົນເຈັບໃນອາຄານອອກມາ ພ້ອມທັງນຳສຽງປືນໄປຈົນຮອດບໍລິເວນຊັ້ນ 2 ຂອງອາຄານຈົນໄປພົບກັບຜູ້ເຄາະຮ້າຍ ແລະ ຄົນຮ້າຍທີ່ເສຍຊີວິດແລ້ວ.

ເຊິ່ງເບື້ອງຕົ້ນຍັງບໍ່ມີການລາຍງານກ່ຽວກັບປະຫວັດຂອງຜູ້ກໍ່ເຫດ, ໂດຍຕຳຫຼວດໄດ້ລະບຸວ່າຜູ້ກະທຳ ອາຍຸປະມານ 35-40 ປີ ແລະ ຍັງບໍ່ຮູ້ກ່ຽວກັບແຮງຈູງໃຈໃນການກໍ່ເຫດ, ດ້ານທຳນຽບຂາວຢືນຢັນວ່າ ປະທານາທິບໍດີ ໂຈ ໄບເດັນ ແຫ່ງສະຫະລັດອາເມຣິກາ ໄດ້ຮັບລາຍງານກ່ຽວກັບເຫດການກາດຍິງທີ່ Oklahoma ແລ້ວ ແລະ ໄດ້ສະເໜີທີ່ຈະມອບຄວາມຊ່ວຍເຫຼືອໃຫ້ກັບເຈົ້າໜ້າແລ້ວ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...