Homeຂ່າວຕ່າງປະເທດໄທຈັບຄົນລັກລອບເອົານ້ຳມັນມາຂາຍໃນລາວ

ໄທຈັບຄົນລັກລອບເອົານ້ຳມັນມາຂາຍໃນລາວ

Published on

ໃນວັນທີ 1 ມິຖຸນາ ທີ່ຜ່ານມານີ້, ຫຼັງຈາກທີ່ ສປປ ລາວ ມີການເປີດປະເທດ ດ່ານສາກົນ ລາວ-ໄທ ມີຄວາມຄຶກຄື້ນ ໂດຍມີທັງປະຊາຊົນລາວ-ໄທ ແລະ ຄົນຕ່າງປະເທດ ທີ່ໄດ້ມີການເຂົ້າ-ອອກ.

ຫົວໜ້າຝ່າຍຄວບຄຸມທາງສູນລະກາກອນ ດ່ານສູນລະກາກອນໜອງຄາຍໄດ້ກ່າວວ່າ: ຕັ້ງແຕ່ມີການເປີດດ່ານແລ້ວ ຈາກທີ່ເຄີຍມີຄົນເຂົ້າອອກມື້ລະ 300 ຄົນ ອັດຕາຄົນເພີ່ມຄົນເຂົ້າ-ອອກເພີ່ມຂຶ້ນເປັນມື້ລະ 2.000 ຄົນ ໂດຍນັບຕັງແຕ່ວັນທີ 9-21 ພຶດສະພາ ມີຄົນເດີນທາງເຂົ້າອອກປະມານ 30,000 ຄົນ.

ເນື່ອງຈາກສະພາບເສດຖະກິດ ສປປ ລາວຕ່ຳລົງ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ເຮັດໃຫ້ລາຄາຂອງນ້ຳມັນເຊື້ອໄຟໃນປະເທດລາວເພີ່ມຂຶ້ນສູງ ໂດຍລື່ນກັນໃນລາຄາ 10 ບາດ ເຮັດໃຫ້ຜູ້ປະກອບການບາງຄົນທີ່ບັນທຸກສິນຄ້າສວຍໂອກາດລັກລອບເອົານ້ຳມັນໄປຂາຍຖັງລະ 30 ລິດ ໂດຍຂ້າມມາຂາຍໃນລາວ ແລະ ເຮັດໃຫ້ສາມາດຈັບໄດ້ 2-3 ຄົນ ໂດຍປະມານ 500-600 ລິດ, ເຊິ່ງການກະທຳນີ້ເປັນການກະທຳທີ່ຜິດກົດໝາຍ ຖ້າເຈົ້າໜ້າທີ່ໄດ້ກວດເຫັນສາມາດຈັບໄດ້ທັນທີ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...