Homeຂ່າວຕ່າງປະເທດສີລັງກາຮຽກຮ້ອງຊາວນາໃຫ້ປູກເຂົ້າເພີ່ມ

ສີລັງກາຮຽກຮ້ອງຊາວນາໃຫ້ປູກເຂົ້າເພີ່ມ

Published on

ສີລັງກາຮຽກຮ້ອງຊາວນາໃຫ້ປູກເຂົ້າເພີ່ມ ຫຼັງຈາກປະເຊີນກັບວິກິດເສດຖະກິດຄັ້ງໃຫຍ່ທີ່ສຸດໃນຮອບ 70 ປີ.

ຫົວໜ້າກະຊວງກະສິກຳຂອງປະເທດໄດ້ກ່າວວ່າ: ສະຖານະການຂອງປະເທດໃນປັດຈຸບັນແມ່ນຮ້າຍແຮງທີ່ສຸດ, ຍ້ອນມາຈາກການຂາດແຄນສິ່ງຂອງຈຳເປັນໃນການດຳລົງຊີວິດ ແລະ ຂາດແຄນອາຫານ, ຮ້ອງຂໍໃຫ້ໃຫ້ຊາວນາທຸກຄົນໃຫ້ເຂົ້າເພີ່ມຕື່ມ.

ໜັງສືພິມ Financial Times ລາຍງານວ່າ: ສີລັງກາໄດ້ຂໍຄວາມຊ່ວຍເຫຼືອຈາກທະນາຄານອາຫານແຫ່ງອາຊີໃຕ້ ເຊິ່ງທະນາຄານນີ້ໄດ້ຈັດສະບຽງອາຫານ, ເຂົ້າ ແລະ ສິນຄ້າອື່ນໆ ໃຫ້ກັບປະເທດຕ່າງໆ ທີ່ຕ້ອງການຄວາມຊ່ວຍເຫຼືອ.

ທັ້ງນີ້ເຈົ້າໜ້າທີ່ສີລັງກາ ໄດ້ຊອກຫາວິທີຊຸກຍູ້ຜະລິດສະບຽງອາຫານ ເພື່ອໃຫ້ພຽງພໍໃຫ້ກັບປະຊາຊົນ ແລະ ໄດ້ຊອກຫາສະບຽງອາຫານຈຳນວນ 100,000 ໂຕນ ໃນຮູບແບບການບໍລິຈາກ ຫຼື ແບບການຂາຍແບບອຸດໜູນ, ນາຍົກລັດຖະມົນຕີສີລັງກາ ຍັງໄດ້ມາເຕືອນໄພ ເລື່ອງການຂາດແຄນຮ້າຍແຮງໃນເດືອນສິງຫານີ້.

ໃນວັນອັງຄານທີ່ 31 ພຶດສະພາ ທີ່ຜ່ານມານີ້ ລັດຖະບານສີລັງກາໄດ້ເພີ່ມພາສີ ເພື່ອນຳໄປຊື້ສິນຄ້າທີ່ສຳຄັນ ລວມທັງນ້ຳມັນເຊື້ອໄຟ ແລະ ອາຫານ, ຈາກທີ່ເຄີຍເກັບພາສີ 8% ມາເປັນ 12%, ເກັບພາສີນິຕິບຸກຄົນຈາກ 24% ມາເປັນ 30%.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...