spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດຮຸນແຮງໃນບໍ່ຖ່ານຫີນຂອງປະເທດໂຄລຳເບຍ

ເກີດເຫດລະເບີດຮຸນແຮງໃນບໍ່ຖ່ານຫີນຂອງປະເທດໂຄລຳເບຍ

Published on

ເກີດເຫດລະເບີດຮຸນແຮງໃນບໍ່ຖ່ານຫີນທາງຕອນເໜືອຂອງປະເທດໂຄລຳເບຍ ມີແຮງງານທີ່ຕິດຢູ່ໃນນັ້ນ 14 ຄົນ ມີເຈົ້າໜ້າທີ່ກູ້ໄພກຳລັງເລັ່ງຊ່ວຍເຫຼືອຜູ້ທີ່ຕິດຢູ່ໃນນັ້ນ.

ວັນທີ 31 ພຶດສະພາ ເກີດເຫດລະເບີດຮຸນແຮງພາຍໃນບໍ່ຖ່ານຫີນໃນເມືອງຊູເລຍ ແຂວງວັດນອດ ຊານແທນເດີ ພາກເໜືອຂອງປະເທດໂຄລຳເບຍ, ແຮງລະເບີດໄດ້ສົ່ງຜົນໃຫ້ບາງສ່ວນຂອງບໍ່ຖ່ານຫີນຖະລົ່ມມາທັບແຮງງານທາງໃນ ໂດຍຂະນະເກີດເຫດຢູ່ໃນແຮງງານຢູ່ທາງໃນ 14 ຄົນ ຂະນະນີ້ມີກູ້ໄພເລັ່ງຊ່ວຍເຫຼືອຄົນອອກມາ ໃນຂະນະທີ່ຍາດພີ່ນ້ອງກຳລັງຖ້າຢູ່ທາງນອກ, ແຕ່ກໍມີອຸປະສັກແກັສທີ່ຮົ່ວໄຫຼທີ່ສະສົມຢູ່ໃນບໍ່ຖ່ານຫີນ.

ເຫດການນີ້ ມີຜູ້ບາດເຈບ 1 ຄົນ ທີ່ເຮັດວຽກຢູ່ທາງນອກບໍ່ຖ່ານຫີນ ໂດຍຖືກໄຟໄໝ້ຕາມຮ່າງກາຍ ໃນຂະນະນີ້ໄດ້ຮັບການຮັກສາໂຕຢູ່ ແລະ ສ່ວນສາເຫດນັ້ນຍັງຢູ່ໃນຂະບວນການສືບສວນ.

ແຫຼ່ງຂ່າວຈາກ ຕ່າງປະເທດ

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...