Homeຂ່າວພາຍ​ໃນນາຍົກລັດຖະມົນຕີພ້ອມດ້ວຍການນຳຂັ້ນສູງ ຮ່ວມປູກຕົ້ນໄມ້ຢູ່ຫໍປະຊຸມແຫ່ງຊາດ

ນາຍົກລັດຖະມົນຕີພ້ອມດ້ວຍການນຳຂັ້ນສູງ ຮ່ວມປູກຕົ້ນໄມ້ຢູ່ຫໍປະຊຸມແຫ່ງຊາດ

Published on

ໃນວັນທີ 31 ພຶດສະພາ 2022 ນີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີພ້ອມດ້ວຍບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີ,ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ອົງການຈັດຕັ້ງມະຫາຊົນ ໄດ້ຮ່ວມປູກຕົ້ນຈໍາປາ 9 ຕົ້ນເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ.

ພາຍຫຼັງສຳເລັດການປູກຕົ້ນໄມ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງໄດ້ເຂົ້າຮ່ວມສະເຫລີມ ສະຫລອງວັນເດັກນ້ອຍສາກົນ ພ້ອມກັນນັ້ນສໍານັກງານຫ້ອງການຂັ້ນສູນກາງ, ແຂວງຕ່າງໆ, ໂຮງຮຽນ ໃນທົ່ວປະເທດ ກໍໄດ້ຈັດກິດຈະກໍາປູກຕົ້ນໄມ້ ແລະ ສະຫລອງວັນເດັກນ້ອຍສາກົນຢ່າງເປັນຂະບວນການເຊັ່ນດຽວກັນ.

ເຊິ່ງໃນພິທີດັ່ງກ່າວ ໄດ້ມີການສະແດງສິລະປະຂອງເດັກນັກຮຽນໂຮງຮຽນ ປາຖະຫນາ, ການສະແດງກາຍະສິນ, ການຖາມຕອບຄວາມຮູ້ທົ່ວໄປກ່ຽວກັບເດັກ, ນອກນີ້ຍັງໄດ້ທ່ຽວຊົມ ຕະຫລາດນັດຂາຍຜະລິດຕະພັນພາຍໃນ ແລະ ເທສະການອາຫານຕື່ມອີກ.

ຂໍ້ມູນ:ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...