Homeຂ່າວຕ່າງປະເທດເມືອງໃຫຍ່ທີ່ສຸດໃນດອນບາສປະເທດຢູເຄຣນຖືກຖະລົ່ມໜັກ ມີປະຊາຊົນເສຍຊີວິດຫຼາຍກວ່າ 1.500 ຄົນ

ເມືອງໃຫຍ່ທີ່ສຸດໃນດອນບາສປະເທດຢູເຄຣນຖືກຖະລົ່ມໜັກ ມີປະຊາຊົນເສຍຊີວິດຫຼາຍກວ່າ 1.500 ຄົນ

Published on

ກອງທັບຣັດເຊຍບຸກເຂົ້າເມືອງໃຫຍ່ສຸດຂອງຢູເຄຣນ ທີ່ຢູເຄຣນຍັງຄອບຄອງຢູ່ໃນພູມີພາກດອນບາສ ແລະ ຍັງພະຍາຍາມຍຶດພາກຕະເວັນອອກຂອງຢູເຄຣນ.

ສຳນັກຂ່າວ ເດິກາດຽນ ໄດ້ລາຍງານວ່າ: ກອງທັບຣັດເຊຍໄດ້ບຸກເຂົ້າເມືອງ ຊີວີໂຣໂດເນສ ເມືອງທີ່ໃຫຍ່ທີ່ສຸດໃນພູມີພາກດອນບາສ ທີ່ຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານຢູເຄຣນແລ້ວໃນວັນຈັນ ທີ່ 30 ພຶດສະພາ ທີ່ຜ່ານມານີ້ ຫຼັງຈາກທີ່ຍິງຖະລົ່ມຢ່າງໜັກໃນຊ່ວງຫຼາຍມື້ທີ່ຜ່ານມາ.

ເຈົ້າເມືອງຊີວີໂຣໂດເນສ ໄດ້ຢືນຢັນວ່າ: ຣັດເຊຍບຸກເຂົ້າມາໃຈກາງເມືອງ ແລະ ຢູເຄຣນໄດ້ໃຊ້ກຳລັງຍູ້ໃຫ້ກອງທັບຣັດເຊຍກັບໄປ  ຈຶ່ງເຮັດໃຫ້ມີການສູ້ກັນໃນຫົນທາງ ຂະນະທີ່ຍັງມີປະຊາຊົນມີ່ຍັງເຫຼືອຢູ່ໃນເມືອງ 12,000-13,000 ຄົນ ຈາກແຕ່ກ່ອນທີ່ມີເປັນແສນຄົນ ຍັງລົບລີ້ຢູ່ຕາມຊັ້ນໃຕ້ດິນ ແລະ ຂຸມລົບໄພຕ່າງໆ, ຈາກການໂຈມຕີທີ່ຜ່ານມາມີປະຊາຊົນເສຍຊີວິດຫຼາຍກວ່າ 1.500 ຄົນ ດ້ວຍສາເຫດຕ່າງໆ ລວມເຖິງການຂາດແຄນຢາ ແລະ ຕຶກອາຄານທີ່ຖືກທຳລາຍໄປ 90% ລະບົບໄຟຟ້າ ແລະ ການສື່ສານສ່ວນໃຫຍ່ຖືກຕັດຂາດ.

ແລ້ວກ່ອນໜ້ານີ້ມີລາຍງານວ່າ ນັກຂ່າວຈາກປະເທດຝຣັ່ງໄດ້ເສຍຊີວິດ ຍ້ອນລົດຫຸ້ມເກາະສຳລັບອົບພະຍົບປະຊາຊົນທີ່ລາວໂດຍສານຢູ່ ຖືກສະເກັດລະເບີດຈາກການໂຈມຕີຂອງຣັດເຊຍ ແລະ ຍັງມີເດັກນ້ອຍເສຍຊີວິດ ຍ້ອນລູກປືນຣັດເຊຍໄດ້ຕົກໃສ່ອາຄານທີ່ຢູ່ອາໄສ.

ຢ່າງໄດກໍຕາມທາງຢູເຄຣນໄດ້ຢືນຢັນວ່າ ທັງສອງເມືອງຊີວີໂຣໂດເນສ ແລະ ລິຊິຄານ ຍັງຢູ່ພາຍໃຕ້ການຄວບຄຸມຂອງຢູເຄຣນຢູ່ ແລະ ບໍ່ໄດ້ຖືກປິດກັ້ນໂດຍກອງທັບຂອງພວກເຂົາຍັງຍັງພະຍາຍາມທີ່ຈະບໍ່ໃຫ້ຣັດເຊຍປິດລ້ອມໂດຍສົມບູນໄດ້.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...