spot_img
Homeຂ່າວພາຍ​ໃນຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022

Published on

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 ໄດ້ຈັດຂຶ້ນໃນ ວັນທີ 30 ພຶດສະພາ 2022 ທີ່ສຳນັກ ງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆ ດັ່ງນີ້:
1. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະ ບານ ເດືອນພຶດສະພາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ເດືອນມິຖຸນາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຜົນສຳເລັດທີ່ສາ ມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ບົດສະຫຼຸບ ມີເນື້ອໃນຄົບຖ້ວນ, ສົມບູນ ຂຶ້ນຕື່ມ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ.

2. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານການກະກຽມ ໃຫ້ແກ່ການຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ຂອງທ່ານນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໂດຍມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະ ກຽມເນື້ອໃນ ໃຫ້ມີຄວາມລະອຽດ ແລະ ຊັດເຈນ ຮັບປະກັນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

3. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງບົດລາຍງານຂອງລັດຖະບານ ທີ່ຈະໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງບົດລາຍງານ, ເປັນບົດລາຍງານ 6 ເດືອນຕົ້ນປີ 2022, ການສະຫຼຸບຕົວເລກ ໃຫ້ມີຄວາມເປັນເອກະພາບກັນ, ລວມທັງ ສາຍເຫດທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ຖືກຕ້ອງ ແລະ ແທດເໝາະກັບຕົວຈິງ.

4. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ ໂດຍຊີ້ນຳໃຫ້ກະຊວງແຮງງານ ແລະ ຫວັດດີການສັງຄົມ ນຳໄປປັບປຸງຕື່ມ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບ, ການເພີ່ມຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ, ຖອດຖອນເອົາບົດຮຽນອັນດີ ທີ່ເຮັດໄດ້ ໃນໄລຍະຜ່ານມາ ກຳນົດເຂົ້າໃນນະໂຍບາຍເຫຼົ່ານີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

5. ກອງປະຊຸມເຫັນດີຮັບຮອງດ້ານຫຼັກ ການ ຕໍ່ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການປົກປ້ອງເດັກ ໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນໃຈກາງປະສານສົມທົບກັບຂະແໜງ ການກ່ຽວ ຂ້ອງ ນໍາໄປປັບປຸງ ຕາມການປະກອບຄໍາເຫັນ ຂອງບັນດາທ່ານສະມາຊິກລັດຖະ ບານ. ພາຍຫຼັງປັບປຸງສໍາເລັດແລ້ວ ຈຶ່ງສະເໜີລັດຖະບານ ພິຈາລະນາຮັບຮອງ ແລະ ປະກາດໃຊ້.

6. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບ ຮອງເອົາຮ່າງດຳລັດ ວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກິລາ ນຳໄປປັບປຸງຄືນ ໃຫ້ມີເນື້ອໃນຮັດກຸມ, ລະອຽດຈະແຈ້ງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອຈຳກັດຊ່ອງຫວ່າງ ການສວຍໂອກາດ ນຳໃຊ້ວຽກງານດັ່ງກ່າວ ໄປໃນທາງທີ່ບໍ່ຖືກຕ້ອງ, ສ້າງເງື່ອນໄຂ ໃຫ້ໂຮງຮຽນ ແລະ ຊຸມຊົນ ມີສ່ວນຮ່ວມ ໃນການຜະລິດ ແລະ ສະ ໜອງອາຫານ ໃຫ້ເຖິງໂຮງຮຽນເປົ້າໝາຍ.

ສຳລັບທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2022 ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດ ຖະບານ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ໃນນັ້ນ ຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນ ຫານ້ຳມັນເຊື້ອໄຟ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະ ເທດ ໃຫ້ໄປຕາມແຜນທີ່ກຳນົດໄວ້ ລວມທັງ ປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ ແລະ ຮັບປະກັນປະສິດທິຜົນສູງສຸດ.
1) ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ.
2) ສືບຕໍ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2022, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ດີຂຶ້ນກວ່າເກົ່າ. ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ.
3) ສືບຕໍ່ຊຸກຍູ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຕາມທິດໃຫ້ດີຂຶ້ນ, ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ.
4) ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພືີ່ອຮັບປະກັນດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງືີ່ອນໄຂຂອງແຕ່ລະທ້ອງຖິີ່ນ. ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ-ສົ່ງ ອອກ ສິນຄ້າ, ການຂຸດຄົົ້ນ-ສົ່ງອອກແຮ່ທາດຕ່າງໆ ໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີີ່ກໍານົດໄວ້.
5) ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເປັນປົກກະຕິ.
6) ສືບຕໍ່ກະກຽມຄວາມພ້ອມບັນດາຫົວຂໍ້ ແລະ ຮ່າງກົດໝາຍ ເພືີ່ອສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ IX.
7) ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະ ພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈ ຢ່າງເລິກເຊິີ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆ ຕໍ່ປະເທດເຮົາ. ສືບຕໍ່ປະຕິບັດ ແນວທາງການຕ່າງປະເທດຂອງພັກ ຢ່າງສະເໜີຕົົ້ນສະເໜີປາຍ ເພື່ອສ້າງສະພາບແວດລ້ອມເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ.
ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຍົກສູງມານະຈິດຄວາມຮັບ ຜິດຊອບທາງການເມືອງ ໃນຂະແໜງການຂອງຕົນໃຫ້ດີຂຶ້ນ, ປັບປຸງການຄຸ້ມຄອງບໍລິຫານ ໃຫ້ມີລະບຽບວິໄນ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...