Homeຂ່າວຕ່າງປະເທດຈີນ-ຣັດເຊຍຄັດຄ້ານຕໍ່ການສະເໜີໃຫ້ຄວ່ຳບາດເກົາຫຼີເໜືອ

ຈີນ-ຣັດເຊຍຄັດຄ້ານຕໍ່ການສະເໜີໃຫ້ຄວ່ຳບາດເກົາຫຼີເໜືອ

Published on

ຈີນ-ຣັດເຊຍ ໃຊ້ສິດທິວີໂຕ ຄັດຄ້ານຍັດຕິທີ່ ອາເມຣິກາຮ່າງສະເໜີຕໍ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງ UN ໃຫ້ອອກມາດຕະການຄວ່ຳບາດຕໍ່ເກົາຫຼີເໜືອ ເພື່ອທີ່ຈະລົງໂທດເກົາຫຼີເໜືອທົດສອບລູກສອນໄຟຂ້າມທະວີບ 6 ເທື່ອໃນປີນີ້.

ໃນວັນທີ 27 ພຶດສະພາ 2022 ທີ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງ 15 ປະເທດ ລົງມະຕິ 13 ຕໍ່ 2 ສຽງ ຕໍ່ຍັດຕິທີ່ຮ່າງຂຶ້ນ ແລະ ນຳສະເໜີໂດຍ ອາເມຣິກາ ເພື່ອຊຸກຍູ້ໃຫ້ມີການອອກມາດຕະການຄວ່ຳບາດຕໍ່ເກົາຫຼີເໜືອໃນຮອບໃໝ່ ທີ່ມີການທົດສອບອາວຸດ ລູກສອນໄຟ (Intercontinental Ballistic Missile-ICBM) ຈຳນວນ 6 ຄັ້ງໃນປີນີ້, ໂດຍການລົງມັດຕິເທື່ອນີ້ມີຈີນ ແລະ ຣັດເຊຍ ສະມາຊິກຖາວອນ 2 ໃນ 5 ປະເທດຂອງຄະນະມົນຕີຄວາມໝັ້ນຄົງ UN ພ້ອມໃຈກັນໃຊ້ສິດວີໂຕ້ ສົ່ງຜົນໃຫ້ຍັດຕິນີ້ຖືກຄວ່ຳໄປ ແລະ ນັບເປັນຄວາມແຕກແຍກເທື່ອທຳອິດທີ່ເກີດຂຶ້ນ ນັບຕັ້ງແຕ່ອົງກອນແຫ່ງນີ້ມີການອອກມາດຕະການຄວ່ຳບາດລົງໂທດເກົາຫຼີເໜືອໃນປີ 2006.

ການລົງມະຕິ ມີພຽງ 1 ມື້ ຫຼັງຈາກທີ່ເກົາຫຼີເໜືອທົດສອບຍິງລູກສອນໄຟ 3 ລູກ ໂດຍເຊື່ອວ່າໜຶ່ງໃນນັ້ນຍິງຂ້າມທະວີບຂະໜາດໃຫຍ່ທີ່ສຸດທີ່ເກົາຫຼີເໜືອເຄີຍທົດສອບມາ.

ທ່ານ ລິນດາ ໂທມັສ ກຣີນຟິລ ທູດສະຫະລັດ ປະຈຳຢູເອັນ ກ່າວສະແດງຄວາມຜິດຫວັງຕໍ່ການຕັດສິນໃຈຂອງຈີນ ແລະ ຣັດເຊຍ ໂດຍບອກວ່າ ສະຫະລັດອາເມຣິກາ ຈະບໍ່ເພີກເສີຍຕໍ່ໄພຄຸກຄາມຈາກການທົດສອບລູກສອນໄຟທ້າມທະວີບ ແລະ ການລະເມີດສິດທິມະນຸດຊົນຢ່າງຮ້າຍແຮງໃນເກົາຫຼີເໜືອ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...