spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດ ຍົກລະດັບຄວາມຮູ້ ດ້ານວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ

ສະພາແຫ່ງຊາດ ຍົກລະດັບຄວາມຮູ້ ດ້ານວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ

Published on

ໃນວັນທີ 25 ພຶດສະພາ 2022 ທີ່ຜ່ານມານີ້ ສະພາແຫ່ງຊາດ (ສພຊ) ຈັດການຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ຄະນະກວດກາຮາກຖານພັກ  ໂດຍມີ ທ່ານ ສຸບັນ ສະວະບຸດ ຮອງປະທານກວດກາພັກ-ລັດ ສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານ ດາວບົວລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອຮັບຟັງການບັນຍາຍ ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາພັກ-ລັດ ແລະ ວຽກງານຕ້ານການສໍ້ລາດບັງຫລວງ ແນໃສ່ຍົກລະດັບຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງ ເພື່ອໃຫ້ບັນດາຄະນະກວດກາແຕ່ລະຂັ້ນ ພາຍໃນອົງຄະນະພັກສະພາແຫ່ງຊາດ ໄດ້ຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ເກີດມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ສຸບັນ ສະວະບຸດ ກ່າວວ່າ: ການຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງ ຈັດຂຶ້ນເປັນຄັ້ງເທື່ອທໍາອິດ ນັບຕັ້ງແຕ່ກອງປະຊຸມອົງຄະນະພັກສະພາແຫ່ງຊາດ ຄັ້ງທີ IV ໄດ້ສໍາເລັດລົງ, ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ບ່ອນໃດມີການກວດກາ ສະແດງວ່າບ່ອນນັ້ນມີການນໍາພາ, ບ່ອນໃດບໍ່ມີການກວດກາ ບ່ອນນັ້ນກໍບໍ່ມີການນໍາພາ ເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກຳນົດວ່າ“ເພີ່ມທະວີການຕິດຕາມ, ກວດກາ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນພັກ” ສິ່ງນີ້ຢັ້ງຢືນແລ້ວວ່າ ພັກໄດ້ຖືເອົາວຽກງານດັ່ງກ່າວ ເປັນເຄື່ອງມື ເພື່ອປັບປຸງຄຸນນະພາບການນຳພາ-ຊີ້ນຳ ຂອງພັກ.

ສະນັ້ນ, ຄະນະພັກຂອງສະພາແຫ່ງຊາດ ຈຶ່ງຖືວຽກງານກວດກາພັກ-ລັດ ແມ່ນວຽກງານທີ່ສໍາຄັນ ເພື່ອຮັບປະກັນແກ່ການນຳພາຂອງຕົນ ໃນທຸກຂົງເຂດວຽກງານ ພາຍໃນສະພາແຫ່ງຊາດ.

ແຫຼ່ງຂ່າວຈາກຂ່າວປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...