Homeຂ່າວຢາເສບຕິດເຈົ້າໜ້າທີ່ ປກສ ແຂວງຫົວພັນ ຍຶດຢາເສບຕິດໄດ້ຈຳນວນຫຼາຍ

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ຍຶດຢາເສບຕິດໄດ້ຈຳນວນຫຼາຍ

Published on

ວັນທີ 21 ພຶດສະພາ 2022 ເຈົ້າໜ້າທີ່ ປກສ ແຂວງຫົວພັນ ຍຶດຢາເສບຕິດໃນນັ້ນມີປະເພດຢາໄອສ໌ ໄດ້ 40 ກິໂລກຣາມ ແລະ ຢາບ້າ 1 ກິໂລກຣາມ ແລະ ລົດໃຫຍ່ 1 ຄັນ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ລະບຸວ່າ: ໄດ້ຮັບລາຍງານຈາກພົນລະເມືອງດີ ໃນວັນທີ 21 ພຶດສະພາ 2022 ວ່າຈະມີກຸ່່ມຄົນເຄື່ອນຍ້າຍຢາເສບຕິດຢູ່ເສັ້ນທາງຊໍາເໜືອ-ວຽງຈັນ , ເຈົ້າໜ້າທີ່ໄດ້ອອກກວດກາ ລາດຕະເວນ ໄດ້ພົບເຫັນລົດກະບະ ໂຕໂຍຕ້າ ຣີໂວ້ ໝາຍເລກທະບຽນ ກຳແພງນະຄອນ ອສ 5699 ທີ່ຂັບຂີ່ມຸ່ງໜ້າມາທາງຊໍາເໜືອ. ຈາກນັ້ນ, ເຈົ້າໜ້າທີ່ ໄດ້ລັດລົດເພື່ອກວດກາ ແຕ່ຜູ້ຂັບຂີ່ບໍ່ໃຫ້ການຮ່ວມມື ແລະ ຍັງຂັບຂີ່ຜ່ານດ່ານກວດກາຂອງເຈົ້າໜ້າທີ່ຫວັງເອົາຕົວຫຼົບໜີ. ເຊິ່ງຜູ້ຂັບຂີ່ໄດ້ມີພິລຸດສົງໄສ ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມລົດຄັນດັ່ງກ່າວໄປ ພໍໄປໄດ້ປະມານ 800 ແມັດ, ຜູ້ຂັບຂີ່ຈິ່ງໄດ້ຈອດລົດແລ້ວແລ່ນໜີເຂົ້າປ່າ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ຈິ່ງຍຶດລົດຄັນດັ່ງກ່າວ ແລ້ວກວດຄົ້ນ ພົບເຫັນຢາເສບຕິດປະເພດຢາໄອສ໌ ຈຳນວນ 40 ຫໍ່ ນໍ້າໜັກ 40 ກິໂລກຣາມ ທິທີ່ຊຸກເຊື່ອງຢູ່ຝາຂ້າງກະບະທັງສອງເບື້ອງ, ຝາປະຕູໜ້າ ແລະ ປະຕູຫຼັງ ທັງສອງຂ້າງ ແລະ ພົບເຫັນຢາບ້າຈຳນວນ 4 ມັດ ລວມ 8.000 ເມັດ ມີນໍ້າໜັກ 1 ກິໂລກຣາມ. ຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີໄດ້ ແລະ ເຈົ້າໜ້າທີ່ກຳລັງເລັ່ງນຳ ຈັບຕົວມາດຳເນີນຄະດີ.

ທັງນີ້, ເຈົ້າໜ້າທີ່ ປກສ ແຂວງຫົວພັນ ກໍໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດຢ່າງເຂັ້ມງວດ ເພື່ອໃຫ້ການແກ້ໄຂບັນຫາຢາເສບຕິດບັນລຸເປົ້າໝາຍທີ່ວາງໄວ້.

ແຫຼ່ງຂ່າວຈາກ ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...