Homeຂ່າວພາຍ​ໃນເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ພາຍໃນທ້າຍເດືອນມິຖຸນານີ້

ເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ພາຍໃນທ້າຍເດືອນມິຖຸນານີ້

Published on

ພາຍໃນເດືອນມິຖຸນາປີນີ້ ນັບແຕ່ເປີດບໍລິການໃນວັນທີ 4 ທັນວາ 2021 ມາຮອດເດືອນເມສາ 2022, ໄດ້ບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວ 11.000 ຕູ້ ແລະ ພາຍໃນທ້າຍເດືອນມິຖຸນາ ປີນີ້ ຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ.

ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໃຫ້ສໍາພາດຕໍ່ສື່ມວນຊົນທີ່ເຂົ້າຮ່ວມການສຳພາດຕາມທາງລົດໄຟລາວ-ຈີນ ພາຍໃຕ້ຫົວຂໍ້: “ສາຍແນນລາວ-ຈີນ ເສັ້ນທາງແຫ່ງຄວາມສຸກ” ຈັດຂຶ້ນໂດຍເວັບໄຊ www.younnangateway.com ທີ່ຂຶ້ນກັບວາລະສານແມ່ນໍ້າຂອງ, ໜັງສືພິມຢຸນນານ ແຫ່ງ ສປ ຈີນ ໃນວັນທິ 23 ພຶດສະພາ 2022 ວ່າ: ໃນຈໍານວນສິນຄ້າ 11.000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊີ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ໃນນີ້, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ:

ເຄື່ອງອຸປະກອບອີເລັກໂຕຣນິກ, ປຸ໋ຍ, ຊີ້ນສ່ວນປະ ກອບເຄື່ອງໃຊ້ໄຟຟ້າ, ສິນຄ້າຕັດຫຍິບ ແລະ ແຜ່ນແພ. ສ່ວນທີ່ເຫລືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດອື່ນໆ, ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກເຂົ້າ, ໝາກໄມ້ ແລະ ຢາງພາລາ. ທ່ານ ສາຄອນ ພິລາງາມ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຂົນສົ່ງສິນຄ້າມີຄວາມສະດວກສະບາຍກວ່າເກົ່າ, ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ລົງທຶນດ້ວຍຕົນເອງໃນການກໍ່ສ້າງທາງລົດໄຟຈາກສະຖານີລາວໄທ ຫາ ທ່າບົກທ່ານາແລ້ງ ໄລຍະທາງ 1,2 ກິໂລແມັດ ແລະ ບໍລິສັດລົດໄຟ ລາວ-ຈີນ ໄດ້ລົງທຶນກໍ່ສ້າງທາງລົດໄຟຈາກສະຖານີວຽງຈັນໃຕ້ ຫາ ທ່າບົກທ່ານາແລ້ງໄລຍະທາງ 2,8 ກິໂລແມັດ.

ທັງສອງເສັ້ນ ທາງລົດໄຟ ຕາມແຜນການທີ່ກໍານົດໄວ້ ແມ່ນໃຫ້ຈະສໍາເລັດ ແລະ ເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ ໃນວັນທີ 26 ມິຖຸນາ 2022 ເຊີ່ງຈະກາຍເປັນຈຸດຄ່ຽນຖ່າຍສິນຄ້າຢູ່ທ່າບົກທ່ານາແລ້ງທີ່ມີຂະໜາດຄວາມກວ້າງຂອງລາງແຕກຕ່າງກັນຢູ່ທ່າບົດທ່ານາແລ້ງ ເພາະລົດໄຟລາວ-ຈີນ ມີຄວາມກວ້າງຂອງລາງ 1,435 ແມັດ, ສ່ວນລົດໄຟໄທ ມີຄວາມກວ້າງຂອງລາງ 1 ແມັດ.

ຢ່າງໃດກໍຕາມ, ການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງໃນຄັ້ງນີ້ ແມ່ນໃຊ້ສະເພາະຂົນສົ່ງສິນຄ້າເທົ່ານັ້ນ ເພາະໄລຍະຜ່ານມາ ລົດໄຟລາວ-ຈີນ ແມ່ນສິ້ນສຸດຢູ່ສະຖານີວຽງຈັນໃຕ້ ຈາກນັ້ນ ໄດ້ໃຊ້ລົດບັນທຸກຂົນສົ່ງສິນຄ້າໄປຫາທ່າບົກທ່ານາແລ້ງ ເພື່ອຂົນສົ່ງຕໍ່ໄປໄທ ແລະ ປະເທດອື່ນໆ .

ດັ່ງນັ້ນ, ເມື່ອການເຊື່ອມທາງລົດໄຟດັ່ງກ່າວສໍາເລັດ ຈະເຮັດໃຫ້ການຂົນສົ່ງສິນຄ້າຜ່ານທ່າບົກທ່ານາງແລ້ງຈາກຈີນໄປໄທ, ຈາກໄທໄປຈີນ ຫລື ຈາກຈີນໄປປະເທດອື່ນ ແລະ ຈາກປະເທດອື່ນໄປຈີນ ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...